ແຜນການ​ດຳ​ເນີນ PPP​ ໃນ​ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຂອງພາກ​ພື້ນອົງການ​ອາ​ເປັກ​ໄດ້​ຜ່ານ​ການ​ຮັບຮອງ
  2014-10-23 11:36:08  cri

ກອງ​ປະຊຸມລັດຖະມົນຕີ​ການ​ເງິນ​ຄັ້ງທີ 21 ຂອງ​ອົງການ​ອາ​ເປັກ​ທີ່​ຈັດ​ຂຶ້ນຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 22 ຕຸລາ​ນີ້ ນອກຈາກ​ໄດ້​ອອກ​ "ຖະ​ແຫຼງການ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ເງິນ​ອົງການ​ອາ​ເປັກ 2014" ​ແລ້ວ, ຍັງ​ໄດ້​ຮັບຮອງ "​ແຜນການ​ດຳ​ເນີນ PPP ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ພາກ​ພື້ນ​ອົງການ​ອາ​ເປັກ" ນຳ​ອີກ, ​ເຊິ່ງ​​ໄດ້ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ລະດົມ​ທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ​ແລະຊຸກ​ຍູ້​ການ​ເ​ຊື່​ອມຈອດ​ກັນຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ​ໄດ້​ຢວ່າງ​ບາດກ້າວ​ທີ່​ມີ​ລັກສະນະຈິງ​ຈັງ​ແທ້​ຈິງ.

PPP (Public-Private Partner) ໝາຍ​ຄວາມ​ວ່າ "ການ​ພົວພັນ​​ຂອງການ​ຮ່ວມ​ມືລະຫວ່າງ​ພາກ​ລັດ​ແລະ​ພາກ​ເອກະ​ຊົນ", ​ແມ່ນ​ຮູບ​ແບບ​ການ​ລະດົມ​ທຶນ​ຢ່າງໜຶ່ງສຳລັບ​ໂຄງການ​ສາທາລະນູປະ​ໂພ​ກ ​ເຊັ່ນ​ວ່າ ລະບົບ​​ໂທລະ​ຄົມໃໝ່, ສະໜາມ​ບິນ​ໃໝ່ ​ແລະ ​ໂຮງ​ຜະລິດ​ໄຟຟ້າ​ໃໝ່.

​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຄັ້ງນີ້, ຈີນ​ນອກຈາກ​ໄດ້​ປະກາດ​ວ່າ​ໄດ້​ສ້າງ​ຕັ້ງສູນ PPP ​ແຫ່ງ​ຊາດ​ແລ້ວ, ຍັງ​ໄດ້​ຕົກລົງ​ໃຊ້​ທຶນ​ຈຳນວນ 5 ລ້ານ​ໂດ​ລາ​ສະຫະລັດ​ຂອງ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະຮ່ວມ​ມືພາກ​ພື້ນ​ຂອງຈີນ​ທີ່​ສ້າງຕັ້ງຂຶ້ນ​ໂດຍ​ທະນາຄານ​ພັດທະນາ​ອາຊີ​ນັ້ນ ​ເພື່ອ​ສະໜັບສະໜູນປະ​ເທດ​ທີ່​ພວມ​ພັດທະນາຂອງ​ອົງການ​ອາ​ເປັກ​ໃນ​ການ​ກໍ່ສ້າງ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ພັດທະນາ​ໂຄງການ​ໃນ​ຂົງ​ເຂດ PPP ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ ແລະ ການ​ເຊື່ອມ​ຈອດກັນຂອງພາກ​ພື້ນ.