ທ່ານບັນກີ​ມູນຈະ​ເດີນທາງ​ໄປ​ມຽນມາ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ
  2014-11-05 18:13:05  cri
ຜູ້​ໃຫ້​ຂໍ້​ມູນ​ຂ່າວ​ຂອງ​ລັດຖະບານ​ສ ​ເກົາຫຼີ​ຫຼາຍ​ຄົນ​ໄດ້​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ, ​ໂດຍ​ຕອບສະໜອງ​ຕາມ​ຄຳ​ເຊີນ​ຈາກ​ຝ່າຍ​ອາ​ຊຽນ, ທ່ານບັນ​ກີ​ມູນ​ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​​​ແຕ່​ວັນ​ທີ 12 ຫາ​ວັນ​ທີ 13 ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ. ຂ່າວສານ​ໂຢນຮັບ​ສ ​ເກົາຫຼີລາຍ​ງານ​ວ່າ, ​ເນື່ອງ​ຈາກ​ວ່າ ທ່ານ​ນາງ​ປັກ​​ເກິ​ນ​ເຮ ປະ​ທາ​ນາ​ທິ​ບໍ​ດີ​ສ ​ເກົາຫຼີ​ກໍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ເຊັ່ນ​ກັນ, ດ້ວຍ​ເຫດ​ນີ້, ການ​ທີ່ຜູ້ນຳ​ທັງ​ສອງ​ທ່ານ​ດັ່ງກ່າວ​ນີ້​ຈະດຳ​ເນີນ​ການ​ພົບ​ປະກັນ​ໃນ​ໄລຍະ​ກອງ​ປະຊຸມ​ຫຼື​ບໍ່​ນັ້ນ​​ເປັນ​ເລື່ອງ​ທີ່ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ. ທ່ານ​ບານ​ກີ​ມູນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດ​ອາຊີ​ຕາ​ເວັນ​ອອກ​ເປັນ​ເລື່ອງ​ທີ່​ບໍ່​ຄ່ອຍ​ເຫັນພໍ​ເທົ່າ​ໃດ.