ຜົນ​ການ​ສໍາ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ​ຈີນທີ່​ຜ່ອນຄາຍ​ລົງ​ບໍ່ມີ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນ​​ໃຈຂອງ CEO ຂອງ​ວິ​ສາ​ຫະກິດທີ່ລົງທຶນ​ຢູ່​ອົງ​ກອນ​ເສດຖະກິດ APEC
  2014-11-10 18:48:49  cri

ວັນ​ທີ 10 ພະຈິກ​ນີ້, ສໍາ​ນັກ​ງານ​ນັກ​ບັນຊີ Price Waterhouse Coopers ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ການ​ສໍາ​ຫຼວດສະບັບ​ໜຶ່ງ​ຢູ່​ນະຄອນ​ຊຽງ​ໄຮ​ຂອງ​ຈີນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ຖານະ​ທີ່​ເປັນ​ຜູ້​ນໍາ​ໜ້າດ້ານ​ເສດ​ຖະກິດ​ໃນ​ອາຊີ​ປາຊິ​ຟິກ, ​ເຖິງ​ວ່າ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ມີ​ການຜ່​ອນຄາຍ​ລົງ​ກໍ​ຕາມ, ​ແຕ່​ບໍ່​ໄດ້​ມີ​ຜົນ​ກະທົບ​ຕໍ່ຄວາມ​ໝັ້ນ​​ໃຈຂອງ CEO ຂອງ​ວິ​ສາ​ຫະກິດທີ່ລົງທຶນ​ຢູ່​ອົງ​ກອນ​ເສດຖະກິດ APEC.

​ແຕ່​ເດືອນ​ມິຖຸນາ​ຫາ​ເດືອນ​ສິງຫາ​ປີ​ນີ້, Price Waterhouse Coopers ​ໄດ້​ດໍາ​ເນີນ​ການ​ສໍາ​ຫຼວດຕໍ່ CEO ຈໍານວນ 635 ທ່ານ​ຂອງ​ວິ​ສາ​ຫະກິດ​ທີ່​ດໍາ​​ເນີນ​ທຸລະ​ກິດ​ຢູ່​ອົງ​ກອນ​ເສດຖະກິດ APEC, ຜົນ​ການ​ສໍາ​ຫຼວດສະ​ແດງ​​ໃຫ້​ເຫັນ​ວ່າ, 46% ຂອງ​ຜູ້​ໃຫ້ສໍາພາດມີ"ຄວາມ​ໝັ້ນ​ໃຈ​ຫຼາຍ"ຕໍ່​ລາຍ​ໄດ້​ທຸລະ​ກິດ​ໃນ 12 ​ເດືອນ​ຕໍ່ໜ້າ ​ເຊິ່ງສູງ​ກວ່າ 42% ຂອງ​ປີ 2013 ​ແລະ 36% ຂອງ​ປີ 2012.