ທ່ານຫຼີ​ເຄີ້ສຽງ​ຕ້ອນຮັບ​ຜູ້ຕາງໜ້າ​ຂອງ​ວົງ​ການ​ເສດຖະກິດ ​ແລະ​ອຸດສາຫະກໍາ​ທຸລະ​ກິດ​ຂອງ​ມາ​ເລ​ເຊຍ
  2015-11-23 17:26:19  cri

ຕອນ​ເຊົ້າ​ຂອງ​ວັນ​ທີ 23 ພະຈິກ​ນີ້, ຢູ່​ທີ່​ໂຮງ​ແຮມ​ພັກ​ເຊົາ​ຂອງ​ຕົນ​ທີ່​ນະຄອນຫຼວງ​ກົວ​ລາ​ລໍາ​ເປີ​ຂອງມາ​ເລ​ເຊຍ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ຜູ້ຕາງໜ້າ​ຂອງວົງ​ການ​ເສດຖະກິດ ​ແລະ​ອຸດສາຫະກໍາ​ທຸລະ​ກິດ​ຂອງ​ມາ​ເລ​ເຊຍ ພ້ອມ​ທັງ​ໄດ້​ສົນທະນາ​ກັບ​ເຂົາ​ເຈົ້າ​ຢ່າງ​ໃກ້ຊິດ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ຈີນ​ກັບ​ມາ​ເລ​ເຊຍ​ມີ​ຍຸດ​ທະ​ສາດ​ພັດທະນາ​ທີ່​ສອດ​ຄ່ອງ​ກັນ. ຈີນ​ມາ​ເລ​ເຊຍ​ສາມາດ​ສ້າງ​ເວທີ​ໃຫ້​ແກ່​ການ​ຮ່ວມ​ມື​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ຂະໜາດ​ນ້ອຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ມາ​ເລ​ເຊຍ, ​ເຮັດ​ໃຫ້​ຕະຫຼາດ​ການ​ເງິນ​ມີ​ຄວາມ​ໝັ້ນ​ທ່ຽງ, ສ້າງ​ຄວາມ​ສະດວກ ​ແລະ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ການ​ລົງທຶນ ​ແລະ​ການ​ລະດົມ​ທຶນ, ຊຸກຍູ້ການ​ຂະຫຍາຍຕົວຂອງ​ການ​ພົວພັນ​​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ.

ບຸກຄົນ​ວົງ​ການ​ເສດຖະກິດ ​ແລະ​ອຸດສາຫະກໍາ​ທຸລະ​ກິດ​ຂອງ​ມາ​ເລ​ເຊຍທີ່​ເຂົ້າ​ຮ່ວມ​ງານ​ພົບ​ປະ​ໃນ​ຄັ້ງ​ນີ້​ກ່າວ​ວ່າ, ມາ​ເລ​ເຊຍ​ກັບ​ຈີນ​ເໝືອນ​ດັ່ງ​ຄອບຄົວ​ດຽວກັນ. ​ວົງ​ການ​ເສດຖະກິດ ​ແລະ​ອຸດສາຫະກໍາ​ທຸລະ​ກິດ​ຂອງ​ມາ​ເລ​ເຊຍຍິນ​ດີ​ເຫັນ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ຈີນ, ສະ​ໜັບສະ​ໜູນ​ ​​ແລະ​ເຂົ້າ​ຮ່ວມການ​ກໍ່ສ້າງ​"ໜຶ່ງ​​ແລວ​ທາງໜຶ່ງ​ເສັ້ນທາງ​"ຂອງ​ຈີນ ​ແລະ​ການ​ເຊື່ອມຕໍ່​ກັນ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ມາ​ເລ​ເຊຍຈີນ. ຄອງ​ຄອຍ​ບັນລຸສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ ຫຼື RECP ​ໂດຍ​ໄວ.