ຍອດມູນຄ່າການຜະລິດທາງທະເລທົ່ວປະເທດຈີນໃນ 4 ປີທຳອິດຂອງແຜນການ 5 ປີຄັ້ງທີ 12 ໄດ້ເຕີບໂຕຫຼາຍກວ່າ 8% ຕໍ່ປີ
  2015-12-30 09:38:56  cri

ກົມທະເລແຫ່ງຊາດຈີນໄດ້ເຜີຍແຜ່ "ບົດລາຍງານການພັດທະນາເສດຖະກິດທາງທະເລຈີນ 2015" ໃນວັນທີ 29 ທັນວານີ້ ໂດຍສະແດງໃຫ້ເຫັນວ່າ, ແຕ່ປີ 2011 ຫາປີ 2014, ຍອດມູນຄ່າການຜະລິດທາງທະເລທົ່ວປະເທດໄດ້ເຕີບໂຕ 8,4% ຕໍ່ປີ, ຍອດມູນຄ່າການຜະລິດທາງທະເລກວມຍອດຜະລິດຕະພັນພາຍໃນ ຫຼື GDP ໄດ້ຮັກສາຢູ່ໃນລະດັບທີ່ສູງກວ່າ 9,3% ມາໂດຍຕະຫຼອດ.

ທ່ານຈ່າງຈ້ານໄຫ, ຫົວໜ້າກົມວາງແຜນຍຸດທະສາດແລະເສດຖະກິດຂອງກົມທະເລແຫ່ງຊາດຈີນ ກ່າວວ່າ: ໃນໄລຍະທີ່ປະຕິບັດແຜນການ 5 ປີຄັ້ງທີ 13, ຈີນຈະຕັ້ງໜ້າຊຸກຍູ້ຮູບການປະດິດສ້າງການພັດທະນາຕ່າງໆ ເຊັ່ນ ທະເລບວກອິນເຕີເນັດ, ທະເລບວກບິກດາຕາ(big data), ພ້ອມກັນນັ້ນ ຈະດໍາເນີນໂຄງການໃຫຍ່ແລະສໍາຄັນຫຼາຍໆ ໂຄງການ ເຊັ່ນ ການປັບປຸງສັງລວມ "ອ່າວທະເລສີຄາມ", ການປັບປຸງ "ຫາດຊາຍສີເງິນ", ການສະຫງວນແລະປັບປຸງ "ເກາະດອນນິເວດ", ເພື່ອບັນລຸເປົ້າໝາຍໃຫ້ເສດຖະກິດທາງທະເລ ແລະ ຊັບພະຍາກອນສິ່ງແວດລ້ອມມີການພັດທະນາຢ່າງກົມກຽວກັນ.