ການບິນພົນລະເຮືອນຈີນຈະເພີ່ມເສັ້ນທາງການບິນສູ່ສາກົນຂຶ້ນອີກ 200 ເສັ້ນທາງໃນປີ 2016
  2015-12-31 09:45:24  cri

ຈີນຈະເພີ່ມເສັ້ນທາງການບິນສູ່ສາກົນຂຶ້ນອີກ 200 ເສັ້ນທາງເປັນຢ່າງໜ້ອຍໃນປີ 2016. ທ່ານຫຼີເຈ່ຍສຽງ, ຫົວໜ້າກົມການ ບິນພົນລະເຮືອນຈີນ ກ່າວວ່າ, ມາດຕະການດັ່ງກ່າວແມ່ນເພື່ອເພີ່ມທະວີການພົວພັນທາງອາກາດລະຫວ່າງປະເທດທີ່ຢູ່ຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ".

ທ່ານຫຼີເຈ່ຍສຽງ ເຜີຍໃຫ້ຮູ້ວ່າ, ປັດຈຸບັນຈີນໄດ້ເປີດບໍລິການເສັ້ນທາງການບິນສູ່ສາກົນແລ້ວ 663 ເສັ້ນທາງ, ມາຮອດເດືອນພະຈິກປີ 2015, ຈີນໄດ້ເຊັນ "ສັນຍາຂົນສົ່ງທາງອາກາດລະຫວ່າງສອງຝ່າຍ" ກັບ 118 ປະເທດ, ແລະໄດ້ເຊັນ "ສັນຍາວ່າດ້ວຍການຮັບ ຮອງມາດຕະຖານຄວາມປອດໄພສຳລັບການບິນລະຫວ່າງສອງຝ່າຍ" ກັບ 29 ປະເທດ, ເຊິ່ງໄດ້ເປັນການຊຸກຍູ້ການປະຕິບັດແຜນການ ຮ່ວມມືດ້ານການບິນລະຫວ່າງຈີນ-ອາຟຣິກກາ. ໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 13, ເສັ້ນທາງການບິນສູ່ສາກົນຈະເພີ່ມຂຶ້ນເປັນ ທະວີຄູນ, ແລະຂອບເຂດການດຳເນີນງານກໍຈະຂະຫຍາຍໄປສູ່ແຫ່ງຕ່າງໆຂອງໂລກ.