ຈີນຈະດຳເນີນ 6 ໂຄງການອຸຕຸນິຍົມໃຫຍ່ໃນໄລຍະແຜນການ 5 ປີ ຄັ້ງທີ 13
  2016-01-20 17:12:37  cri

ທ່ານເຈິ້ງໂກກ່ວງ ຫົວໜ້າກົມອຸຕຸນິຍົມຈີນກ່າວໃນວັນທີ 20 ມັງກອນນີ້ວ່າ ໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 13, ຈີນຈະ ເຈາະຈົງປະຕິບັດ 6 ໂຄງການອຸຕຸນິຍົມໃຫຍ່ ເພື່ອຮັບປະກັນບັນລຸເປົ້າໝາຍຄວາມເປັນທັນສະໄໝຂອງອຸຕຸນິຍົມເມື່ອຮອດປີ 2020.

ທ່ານເຈິ້ງໂກກ່ວງ ໄດ້ເປີດເຜີຍໃນກອງປະຊຸມຫົວໜ້າພະແນກອຸຕຸນິຍົມທົ່ວປະເທດທີ່ຈັດຂຶ້ນໃນວັນທີ 20 ມັງກອນນີ້ວ່າ: 6 ໂຄງການ ອຸຕຸນິຍົມໃຫຍ່ນີ້ ລວມມີ ໂຄງການພະຍາກອນແລະເຕືອນໄພລ່ວງໜ້າດ້ານອຸຕຸນິຍົມ, ໂຄງການປະດິດສ້າງວິທະຍາສາດເຕັກນິກອຸຕຸ ນິຍົມແຫ່ງຊາດ, ໂຄງການລະບົບຂໍ້ມູນຂ່າວສານອຸຕຸນິຍົມ, ໂຄງການສ້າງຄວາມສາມາດດ້ານອຸຕຸນິຍົມທາງທະເລ, ໂຄງການ ພື້ນຖານວັດແທກອຸຕຸນິຍົມທີ່ກວມເອົາດາວທຽມແລະຣາດາ ແລະ ໂຄງການສ້າງຄວາມສາມາດດ້ານການຫັນປ່ຽນດິນຟ້າອາກາດ.