ຈີນ​ເຜີຍ​ແຜ່​ປຶ້ມປົກ​ຂາວ "ການ​ແກ້​ໄຂຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ຄວາມ​ກ້າວໜ້າ​ດ້ານ​ມະນຸດສະທຳ​ຂອງ​ຈີນ"
  2016-10-17 15:23:58  cri
  ວັນ​ທີ 17 ຕຸລາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປຶ້ມປົກ​ຂາວ "ການ​​ແກ້​ໄຂ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ຄວາມ​ກ້າວໜ້າ​ດ້ານ​ມະນຸດສະທຳ​ຂອງ​ຈີນ".

  ປຶ້ມ​ປົກ​ຂາວ​ລະບຸວ່າ: "ບົດ​ລາຍ​ງານ​ເປົ້າ​ໝາຍພັດທະນາສະຫັດສະຫວັດ​ປີ 2015" ຂອງ​ອົງການ​ສະຫະ​ປະຊາ​ຊາດຫຼື UN ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ທຸກ​ຍາກ​ແລະ​ດ້ອຍ​​ໂອກາດຂອງ​ຈີນ​ໄດ້​ຫຼຸດ​ລົງ​ເຖິງ 4,2% ​ໃນ​ປີ 2014 ຈາກປີ 1990 ທີ່​ມີ​ເຖິງ 61% ​ໂດຍ​ຜົນສຳ​ເລັດ​ດັ່ງກ່າວ​ໄດ້ປະກອບສ່ວນເຂົ້າ​​ໃນການ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກຂອງ​ສາກົນ​ຫຼາ​ຍກວ່າ 70%. ຂະນະ​ດຽວ​ກັນ​ຈີນ​ກາຍ​ເປັນ​ປະ​ເທດ​ທີ່ຫຼຸ​ດຜ່ອນ​ຄົນ​ທຸກ​ຍາກ​ຫຼາຍ​ທີ່​ສຸດ​​ໃນໂລກ​ແລະ​ເປັນ​ປະ​ເທດ​ທີ່​ສຳ​ເລັດ​ເປົ້າ​ໝາຍພັດທະນາສະຫັດ​ສະຫວັດຂອງ​ອົງການ UN ​ໄວກ່ອນໝູ່​ໂດຍ​ໄດ້ປະກອບສ່ວນ​ສຳຄັນ​ໃນ​ພາລະກິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ສາກົນ​ແລະ​ກໍ​ໄດ້​ຮັບ​ການ​ຊົມ​ເຊີຍຢ່າງ​ກວ້າງຂວາງ​ຈາກ​ປະຊາຄົມ​ໂລກ. ຜົນສຳ​ເລັດ​ດັ່ງກ່າວ​​ໄດ້ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ການ​ພັດທະນາ​ສັງຄົມ​​ມະນຸດ​ແລະ​ກໍ​ສາມາດສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ປິ​ຊາ​ສາມາດ​ໃນ​ການນຳພາ​ຂອງ​ພັກ​ກອມ​ມູນິ​ດຈີນ​ກໍ​ຄື​ລະບອບ​ສັງຄົມ​ນິຍົມ​ສີສັນ​ພິ​ເສດ​ຂອງຈີນ​.

  ປຶ້ມ​ປົກ​ຂາວ​ລະບຸ​ວ່າ: ຂະນະ​ທີ່​ສຸມ​ໃສ່​ການ​ຫຼຸດຜ່ອນຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ຕົນ, ຈີນ​ຍັງ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຕັ້ງໜ້າ​ມາໂດຍ​ຕະຫຼອດ, ​ໂດຍ​ໃນ​ໄລຍະ 60 ກວ່າ​ປີ​ຜ່ານ​ມາ, ຈີນ​ໄດ້ສະໜອງທຶນຊ່ວຍ​ເຫຼືອ​ເກືອ​ບ 400 ຕື້​ຢວນ​ໃຫ້​ແກ່ 166 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ.