ຊຸກຍູ້ວຽກງານດັດແກ້ກົດໝາຍເພື່ອແກ້ໄຂຄວາມຫຍຸ້ງຍາກໃນການປ້ອງກັນລິ​ຂະ​ສິດໃຫ້ດີ
  2017-03-12 16:01:38  cri
ວັນ​ທີ 12 ມີນາ​ນີ້, ທ່ານ​ເຊີ່ນ​ສາງ​ຢີ ຫົວໜ້າ​ກົມສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ໄດ້​ຕອບ ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຂາດ​ຈີນ​ໂດຍ​ກ່າວ​ວ່າ, ປີ​ນີ້​ຈະຕັ້ງໜ້າ​ຊຸກຍູ້​​ແລະ​ປະສານ​ສົມທົບ​ເຂົ້າ​ໃນວຽກ​ງາ​ນດັດ​ແກ້​ກົດໝາຍ​ວ່າ​ດ້ວຍລິ​ຂະ​ສິດ​ໃຫ້​ດີ, ​ແກ້​ໄຂ​ບັນຫາທີ່​ຊອກຫາ​ຂໍ້​ມູນ​ຫຼັກຖານ​ຍາກ​ແລະ​ໃຊ້​ເວລາ​ດົນ​ນານ​ເປັນຕົ້ນ​ໃນ​ການ​ປ້ອງ​ກັນ​ລິ​ຂະ​ສິດນັ້ນ​ໃຫ້​ດີຢ່າງ​ແທ້​ຈິງ.

ທ່ານ​ເຊີ່ນ​ສາງ​ຢີກ່າວ​ວ່າ, ປີ​ນີ້​ຈະ​ເລັ່ງລັດ​ສ້າງ​ແທ່ນປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ໄວ​ຕື່ມ​ອີກ, ບັນລຸ​ການ​ຍົກຍ້າຍ​ແລະຫັນ​ປ່ຽນ​ສິດ​ຊັບ​ສິນ​ທາງ​ປັນຍາ​, ອອກ​ແຮງ​ບົ່ມ​ເພາະ​ອຸດສາຫະກຳ​ແບບ​ໃຊ້​​ສະຕິ​ປັນຍາ​ສຸມ, ​ເຊັ່ນ​ສື່ສານ​ເຄື່ອນ​ທີ່​ຮຸ້ນ​ໃໝ່ ການ​ຜະລິດ​ແບບ​ສະມາດ ການ​ຜະລິດ​ຢາ​ຊີວະ​ຊາດ ​ແລະ​ອຸດສາຫະກຳ​ລິ​ຂະ​ສິດ​ທີ່​ກຳລັງ​​ເຕີບ​ໃຫຍ່​ຂະຫຍາຍຕົວ.

ທ່ານ​ກ່າວ​ວ່າ, ຍັງ​ຈະ​ສືບ​ຕໍ່​ປັບປຸງ​ກົນ​ໄກ​ຂີດ​ແບ່ງ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໃຫ້​ສົມບູນ​ກວ່າ​ເກົ່າ, ​ແກ້​ໄຂ​ບັນຫາ 3 ດ້ານ​ຄື ສິດ​ເຈົ້າຂອງ, ສິດ​ຮັບ​ຜົນ​ປະ​ໂຫຍ​ດ ​ແລະ​ສິດ​ຊຳລະ​ແກ້​ໄຂ, ​ເພື່ອ​ເຮັດ​ໃຫ້ຜູ້​ປະ​ດິດສ້າງສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​​ໃນ​ການ​ປະດິດ​ສ້າງ.