ການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກນັກຮຽນລາວຊັ້ນມັດທະຍົມ ເຂົ້າຮ່ວມການແຂ່ງຂັນຂົວພາສາຈີນສຳລັບນັກຮຽນມັດທະຍົມທົ່ວໂລກຄັ້ງທີ 10 ໂດຍ ສະຖານທູດຈີນປະຈຳລາວແລະໂຮງຮຽນຈຸງເຕັກສະຫວັນນະເຂດເປັນເຈົ້າພາບຮ່ວມໄດ້ຈັດຂຶ້ນຢູ່ໂຮງຮຽນຈຸງເຕັກ ແລະທ່ານໂລ້ຊື້ສຽງ ຫົວໜ້າພະແນກສັງລວມສະຖານທູດຈີນປະຈຳລາວ, ບັນດາຫົວໜ້າ,ຜູ້ຕາງໜ້າຄູອາຈານແລະນັກຮຽນຈາກໂຮງຮຽນພາສາຈີນແຫ່ງຕ່າງໆຂອງລາວເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ມີຫົວຂໍ້ "ຮຽນພາສາຈີນໃຫ້ໄດ້ຈະມີໝູ່ເພື່ອນທົ່ວໂລກ" ໂດຍປະກອບມີ 3 ພາກຄື ການເວົ້າພາສາຈີນ,ການຖາມຕອບຄວາມຮູ້ວັດທະນະທຳຈີນແລະການສະແດງຄວາມຮູ້ຄວາມສາມາດດ້ານວັດທະນະທຳຈີນ. ຜ່ານການແຂ່ງຂັນຜົນປະກາດວ່າ: ນາງຊິນລີ້ ຈາກໂຮງຮຽນລຽວໂຕແລະນາງມາສ້ຽວເມີຍ ຈາກໂຮງຮຽນຈຸງເຕັກຊະນະເລີດ ແລະຈະຕາງໜ້ານັກຮຽນລາວຊັ້ນມັດທະຍົມເຂົ້າຮ່ວມແຂ່ງຂັນຂົວພາສາຈີນສຳລັບນັກຮຽນມັດທະຍົມທົ່ວໂລກຄັ້ງທີ 10 ທີ່ຈະຈັດຂຶ້ນຢູ່ປະເທດຈີນ.
ການແຂ່ງຂັນດັ່ງກ່າວມີນັກຮຽນ14ຄົນຈາກໂຮງຮຽນຈຸງເຕັກສະຫວັນນະເຂດ, ລຽວໂຕແລະໂຮງຮຽນອື່ນໆເຂົ້າຮ່ວມ.