ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຄັ້ງ​ທີ 5 ຂອງ​ປະ​ເທດກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ
  2017-09-10 15:32:39  cri
ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ຣາ​ປະ​ເທດ​ຟີ​ລິບ​ປີນ, ທ່ານ​ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຄັ້ງ​ທີ 5 ຂອງ​ປະ​ເທດກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຫຼື EAS.

ທ່ານ​ຈົ່ງ​ຊ່ານ​ຊີ້​ໃຫ້​ເຫັນ​ວ່າ, ຈີນ​ແມ່ນ​ກຸ່ມ​ເສດ​ຖະ​ກິດ​​ທີ່ສຳ​ຄັນ​ໃນ​ໂລກ, ກໍ​ຄື​ປະ​ເທດ​ສະ​ມາ​ຊີ​ສຳ​ຄັນ​ຂອງ​ເຂດ​ອາ​ຊີ​ປາ​ຊີ​ຟິກ. ​ການ​ທີ່ເຮັດ​ວຽກ​ງານ​ພັດ​ທະ​ນາ​ຂອງ​ຈີນ​ໃຫ້​ດີ, ກໍ​ຄື​​ການປະ​ກອບ​ສ່ວນ​ໃຫຍ່​ທີ່​ສຸດ​ຕໍ່​ໂລກ. ​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ເສດ​ຖະ​ກິດ​ຈີນ​ໄດ້​ມີ​ທ່າ​ອຽງ​ທີ່​ດີ​ບົນ​ພື້ນ​ຖານ​ໝັ້ນ​ທ່ຽງ, ຕົວ​ເລກ​​ດັດ​ຂະ​ນີ​ຕົ້ນ​ຕໍ​ດ້ານ​ເສດ​ຖະ​ກິດ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ລ້ວນ​ແຕ່​ດີກວ່າ​ການ​ຄາດ​ໝາຍ. ຈີນ​ຍິນ​ດີ​ພາບ​ໃຕ້​ຂອບກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ, ຍຶດ​ໝັ້ນ​ຫຼັກ​ການ​ທີ່​ຖື​ອາ​ຊຽນ​ເປັນ​ຜູ້ນຳ​ພາ, ປະ​ສານ​ສົ​ມ​ທົບ​ກັບ​ອາ​ຊຽນ, ແລະ​ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ຕ່າງໆ, ຍຶດ​ໝັ້ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຄວາມ​ປອດ​ໄພ​ດ້ານ​ການ​ເມືອງ​ພ້ອມ​ກັນ, ແລະ​ຮ່ວມ​ກັບ​ບັນ​ດາ​ຝ່າຍ, ສືບ​ຕໍ່​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​​ລະ​ຫວ່າງພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຜູ້​ຮັບ​ຜິດ​ຊອບຂອງ​ພາກ​ສ່ວນ​ເສດ​ຖະ​ກິດ​ການ​ຄ້າ​ຂອງ 10 ປະ​ເທດ​ອາ​ຊຽນແລະ​ອາ​ເມ​ລິ​ກາ, ຮັດ​ເຊຍ, ຍີ່​ປຸ່ນ, ສ ເກົາ​ຫຼີ, ອົ​ສ​ຕຼາ​ລີ, ນູ​ແວງ​ເຊ​ລັງ​, ອິນ​ເດຍແລະ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ແລະ​ໄດ້​ແລ​ກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ກະ​ກຽມ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12 ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ.