ທ່ານ​ຫຼີ​ເຄີ້​ສຽງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ແລະ​ຢ້ຽມ​ຢາມ​ຟີ​ລິບ​ປິນ
  2017-11-07 17:34:24  cri
ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂຣດຣີ​ໂກ ດູເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານໝູນ​ວຽນ​ອາ​ຊຽນ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ມ​ະ​ນີ​ລາ ປະ​ເທດ​ດັ່ງ​ກ່າວ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 16 ພະ​ຈິກ​ນີ້, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ຮ່ວມ​ມື​ຜູ້​ນຳ​ອາ​ຊີ​ຕາ​ເວັນ​ອອກ​ຕ່​າງໆ​ແລະ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 6 ພະ​ຈິກ​ນີ້​​ໂດຍ​ແຈ້ງວ່າ​ລະ​ການ​ຢ້ຽມ​ຢາມໂດຍທ່ານ​ເສິນ​ສ້ຽວ​ຕຸ່ງ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ຫຼີ​ເຄີ້​ສຽງ​ ຈະ​ຊີ້​ແຈ້ງນະ​ໂຍ​ບາຍ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ, ແລະ​ຈະ​ສະ​ເໜີ​ຂໍ້​ລິ​ເລີ່ມ​ໃໝ່ປະ​ມານ 30 ຂໍ້​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ເນື້ອ​ໃນ​ກ່ຽວ​ພັນ​ກັບ​ຫຼາຍ​ຂົງ​ເຂດ​ເຊັ່ນ​ການ​ເຊື່ອມ​ຈອດ​ກັນ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ການ​ຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ, ກາ​ນ​ທ່ອງ​ທ່ຽວ, ​ການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ອື່ນໆ, ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຂ່າວ​ແຈ້ງວ່າ, ຈີນ​ແລະ​ຟີ​ລິບ​ປີນ​ກຽມ​ຈະ​ອອກ​ຖະ​ແຫຼງ​ການ​ຮ່ວມ​ໃນ​ໄລ​ຍະ​ຢ້ຽມ​ຢາມ, ເພື່ອ​ສ່ອງ​ແສງໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ແລະ​​ຜົນ​ສຳ​ເລັດຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ແລະຫວັງ​ຈະ​ບັນ​ລຸ​​ຜົນງານ​ສຳ​ຄັນ​ຕ່າງໆ​ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ລົງ​ທຶນ​ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ​ສັງ​ຄົມ​ແລະ​ອື່ນໆ, ຂະ​ນະ​ດຽວ​ກັນ​ຈະ​ເຊັນ​ສັນ​ຍາ​ຮ່ວມ​ມື​ຕື່ມ​ອີກ.