ນາ​ຍົກ​ຈີນກ່າວ: ຈີນ ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ກາດເລີ່ມ​​ປຶກ​ສາ​ຫາ​ລືກົດ​ແຫ່ງ ​ການ​ປະ​ພຶກ​ຢູ່​ທະ​ເລ​ຈີນ​ໃຕ້​
  2017-11-13 20:22:59  cri
ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ອາ​ຊຽນ(10+1)ຄັ້ງ​ທີ 20 ໄດ້​ຈັດ​ຂຶ້ນ​ຢູ່​ສູນປະ​ຊຸມ​ສາ​ກົນ​ຟິ​ລິບ​ປິນ ໃນຕອນ​ບ່າຍ​ວັນ​ທີ 13 ພະ​ຈິກນີ້. ຂະ​ນະ​ທີ່ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້ປະ​ກາດ​ວ່າ ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເລີ່ມ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ເນື້ອ​ໃນ​ລະ​ອຽດ​ຂອງ​ກົດ​ແຫ່ງ​ການ​ປະ​ພຶກ​ຢູ່​ທະ​ເລ​ຈີນ​ໃຕ້ ຫຼື COC.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ການ​ຄ້າຂອງ​ຈີນ​ສ່ວນ​ຫຼາຍ​​ທີ່​ສຸດ​ແມ່ນ​ຂົນ​ສົ່ງ​ໄປ​ມາຕາມ​ທະ​ເລ​ຈີນ​ໃຕ້, ສະ​ນັ້ນ ຈີນ​ຫວັງ​ຢ່າງ​ຍິ່ງໂດຍ​ທີ່​ໃຫ້​ທະ​ເລ​ຈີນ​ໃຕ້​ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​. ເປົ້າ​ໝາຍ​ຂອງ​ຈີນ​ທີ່​ສຸມ​ໃສ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​​ທະ​ເລ​ຈີນ​ໃຕ້​ບໍ່​ມີ​ການ​ປ່ຽນ​ແປງແຕ່​ຢ່າງ​ໃດ, ​ຈຸດ​ຢືນ​ແລະ​ນະ​ໂຍ​ບາຍ​ທີ່​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ດິນ​ແດນ​ແລະ​ສິດ​​ຜົນ​ປະ​ໂຫຍດທາງ​ທະ​ເລ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ກັບປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ນັ້ນ​ກໍບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ.

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ວ່າ, ຈີນ​ຄອງ​ຄອຍ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຍຶດ​ຖື​ທ່າ​ທີ​ທີ່ສ້າງ​ສັນແລະ​ຫາ​ລື​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ, ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກົດ​ແຫ່ງການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ແລະຂອບ COC ທີ່​ບັນ​ດາ​ຝ່າຍ​ຕົກ​ລົງ​ກັນ​ນັ້ນ​ໄດ້​ຮິບ​ໂຮມຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ບັນ​ດາ​ຝ່າຍ​ທີ່​ມີ​ຕໍ່​ປັດ​ໄຈ​ສຳ​ຄັນ​ໃນ COC ເຊິ່ງ​ເປັນ​ຜົນ​ງານ​ສຳ​ຄັນທີ່​ມີ​ລັກ​ສະ​ນະ​ຂັ້ນ​ຕອນຂອງ​ການ​ປຶກ​ສາ​ຫາ​ລື. ຈີນ​ລິ​ເລີ່ມ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ປະ​ກາດ​ເລີ່ມປຶກ​ສາ​ຫາ​ລື​ເນື້ອ​ໃນ​ລະ​ອຽດຂອງ COC ​ໃນ​ຂັ້ນ​ຕອນ​ຕໍ່​ໄປ.ພວກ​ເຮົາ​ຫວັງ​ວ່າ​ຜ່ານ​ການ​ປຶ​ກ​ສາ​ຫາ​ລື​ກັນ, ສາ​ມາດເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ແລະ​ພະ​ຍາ​ຍາມ​ໃຫ້​ບັນ​ລຸ​ການ​ສ້າງ COC ​ໂດຍ​ໄວ​ບົນ​ພື້ນ​ຖານ​ທີ່​ຫາ​ລື​ຢ່າງ​ເປັນ​ເອ​ກະ​ພາບກັນ, ເຮັດ​ໃຫ້ COC ນນີ້​ກາຍ​ເປັນ​ສິ່ງ​ຄ້ຳ​ປະ​ກັນຕໍ່​ສັນ​ຕິ​ພາບ​ຢູ່ທະ​ເລ​ຈີນ​ໃຕ້.