ຖະແຫຼງການຮ່ວມລະຫວ່າງ
ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວ ແລະ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນຈີນ
  2017-11-15 17:43:37  cri

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ
ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ, ສະຫາຍ ສີຈິ້ນຜິງ, ເລຂາທິ
ການໃຫຍ່ ຄະ​ນະກຳມະ​ການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມ
ທາງລັດຖະກິດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 13-14 ພະຈິກ 2017.

 ໃນໄລຍະຢ້ຽມຢາມຄັ້ງນີ້, ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ຄະ​ນະກຳ​ມະ​ການ ສູນກາງພັກກອມມູນິດຈີນ, ປະທານປະເທດ
ແຫ່ງ ສປ ຈີນ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິ
ວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ; ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງ
ພັກ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະ
ທານສະພາ ແຫ່ງຊາດລາວ. ໃນການພົບປະລະ​ຫວ່າງການນໍາຂັ້ນ​ສູງ ຂອງ ສອງພັກ, ສອງລັດ ໄດ້ແຈ້ງສະພາບການອັນ​ພົ້ນ
​ເດັ່ນ ຂອງ ແຕ່ລະພັກ ແລະ ປະເທດຕົນເອງໃຫ້ກັນ ແລະ ກັນຊາບ, ໄດ້ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນຢ່າງເລິກເຊິ່ງ ກ່ຽວກັບ
ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍຕ່າງມີຄວາມ ສົນໃຈຮ່ວມ
ກັນ ແລະ ມີຄວາມຮັບຮູ້ບັນ​ຫາ​ສຳ​ຄັນ​ຕ່າງໆທີ່ເປັນເອກະພາບຮ່ວມກັນ.

ທັງສອງຝ່າຍຮູ້ສຶກປິຕິຍິນດີຕໍ່ບັນດາຜົນສຳເລັດທີ່ມີຄວາມໝາຍປະຫວັດສາດຂອງສອງພັກ, ສອງລັດ ທີ່ຍາດມາໄດ້ໃນການ
ຄົ້ນຄວ້າຫາເສັ້ນທາງແຫ່ງການພັດທະນາສັງຄົມ ນິຍົມທີ່ເໝາະສົມກັບສະພາບຕົວຈິງຂອງປະເທດຕົນເອງ,ໄດ້ເປັນເອກະພາບ
ຮ່ວມກັນໃນ ການເພີ່ມທະວີການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການປະ ຕິຮູບເປີດ ປະຕູສູ່ພາຍ
ນອກຂອງປະເທດຈີນ ແລະ ພາລະກິດການປ່ຽນແປງໃໝ່ຂອງ ປະເທດລາວ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

 ຝ່າຍລາວ ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນ ສະຫງ່າງາມຂອງ ກອງປະຊຸມໃຫຍ່ຜູ້
ແທນທົ່ວປະເທດ ຄັ້ງທີ XIX ຂອງ ພັກກອມມູນິດຈີນ ລວມທັງ​ໄດ້ນໍາ​ເອົາ​ແນວ​ຄິດ ສີ ຈິ້ນ​ຜິງ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ
​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃຫມ່ ເປັນ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ​ຈີນ; ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ເຊື່ອໝັ້ນ
ຢ່າງແນ່ວແນ່ວ່າ ພາຍໃຕ້ການຊີິ້ນໍານໍາພາຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນ​ຜິງ ເປັນແກນ​ນຳ​ນັ້ນ, ປະ
ຊາຊົນຈີນ ຈະສືບຕໍ່ຊຸກຍູ້ການວາງແຜນ "ການພັດທະນາ 5 ປະການໃນໜຶ່ງດຽວ", ປະສານສົມທົບຊຸກຍູ້ການວາງແຜນ
ຍຸດທະສາດ " 4 ຮອບດ້ານ" ແລະ ເດີນໜ້າເພື່ອບັນລຸເປົ້າໝາຍສູ້ຊົນ "100 ປີ ສອງເຫດການ" ເພື່ອສ້າງສາ
ປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີຜາສຸກ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີິວິໄລ, ກົມກຽວ
ປອງດອງ ແລະ ສວຍ​ງາມ.

ຝ່າຍຈີນ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ໃນພາລະກິດປ່ຽນແປງ   ໃໝ່ຂອງ
ປະເທດລາວ ໃນໄລຍະ 30 ກວ່າປີທີ່ຜ່ານມາ, ໂດຍສະເພາະ ໃນພາລະກິດປົກປັກຮັກສາ ແລະ ການສ້າງສາພັດທະ
ນາເສດຖະກິດ-ສັງຄົມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກປະຊາ ຊົນປະຕິວັດລາວເປັນຕົ້ນມາ; ສະແດງຄວາມ
ຊົມເຊີຍຢ່າງຈິງໃຈ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ພັກປະຊາຊົນປະຕິວັດລາວ ທີ່ມີສະຫາຍ
ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນຜູ້​ນຳ​ພານັ້ນ, ປະຊາຊົນລາວ ຈະປະສົບຜົນ​ສຳ​ເລັດໃນການບັນລຸໜ້າທີ່, ເປົ້າ
ໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ  X  ຂອງພັກໄດ້ວາງອອກ ແລະ ຍາດໄດ້ຜົນ​ສຳ​ເລັດອັນໃຫມ່, ໃຫຍ່
ຫຼວງກວ່າເກົ່າ ໃນພາລະກິດແຫ່ງການ​ປົກ​ປັກ​ຮັກ​ສາ ແລະ ສ້າງສາປະເທດສັງຄົມນິຍົມຕາມເປົ້າໝາຍ ເຮັດໃຫ້ປະຊາ
ຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນວ່າ, ສອງປະເທດ ລາວ ແລະ ຈີນ ທີ່ມີສາຍພູ, ສາຍນໍ້າຕິດຈອດກັນ, ປະ
ຊາຊົນສອງຊາດ ໄດ້ມີສາຍພົວພັນອັນເປັນມູນເຊື້ອມາແຕ່ດຶກດຳບັນ, ສອງ​ພັກ, ສອງ​ລັດ ໄດ້ມີຄວາມເຫັນອົກເຫັນໃຈກັນ
ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນພາລະກິດການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ການປົດປ່ອຍຊາດ
ແລະ ການສ້າງສັງຄົມນິຍົມ, ຊຶ່ງໄດ້ເສີມສ້າງມິດຕະພາບອັນດູດດື່ມ ແລະ ເລິກເຊິ່ງ​ລະ​ຫວ່າງ​ກັນ ແລະ ກັນ; ໃນຊຸມ
ປີຜ່ານມາ ທັງສອງຝ່າຍໄດ້ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍ
ຕ່າງມີຜົນປະໂຫຽດໃນທຸກຂົງເຂດໄດ້ມີຜົນສຳເລັດອັນອຸດົມສົມບູນ, ຊຶ່ງໄດ້ຊຸກຍູ້ພາລະກິດການສ້າງສັງຄົມນິຍົມ ແລະ
ການກໍ່ສ້າງພັກ ຂອງ ສອງປະເທດໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະໂຫຽດຕົວຈິງມາສູ່ປະຊາຊົນສອງຊາດ
ລາວ-ຈີນ.

      ສອງປະເທດ ລາວ-ຈີນ ລ້ວນແລ້ວແຕ່ແມ່ນປະເທດສັງຄົມນິຍົມທີ່ມີພັກ
ກອມມູນິດເປັນຜູ້ນໍາ ພາ, ທັງສອງປະເທດມີອຸດົມການອັນດຽວກັນ, ມີລະບອບການເມືອງສັງຄົມ ແລະ ເສັ້ນທາງການພັດ
ທະນາທີ່ຄ້າຍຄືກັນ. ເຖິງວ່າສະພາບການຂອງພາກ​ພື້ນ ແລະ ສາ​ກົນ ມີ​ການ​ຜັນ​ປ່ຽນ​ຢ່າງ​ໄວ​ວາ ແລະ ສັບ​ສົນ, ແຕ່ທັງ
ສອງຝ່າຍ ໄດ້ສືບຕໍ່ຍຶດໝັ້ນທິດທາງການພົວພັນບົນ​ພື້ນ​ຖານ​ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ຕາມທິດ ບ້ານໃກ້
ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ອັນໄດ້ເຮັດໃຫ້ການເປັນຄູ່ຮ່ວມຍຸດທະສາດ ຮອບ
ດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງປະເທດ ລາວ-ຈີນ ນັບມື້ນັບມີຄວາມອຸດົມສົມບູນ, ມີຄວາມເຊື່ອໝັ້ນເຊິ່ງກັນ
ແລະກັນ, ໃຫ້ການຊ່ວຍເຫຼືອ ແລະ ສ້າງຜົນປະໂຫຍດເຊິ່ງກັນແລະກັນໃນລະດັບສູງ, ເປັນຄູ່ຮ່ວມຊາ​ຕາ​ກຳ​ທີ່ບໍ່ສາມາດ
ຕັດແຍກອອກຈາກກັນໄດ້ ແລະ ມີ​ຄວາມ​ຫມາຍ​ຍຸດ​ທະ​ສາດ ຊຶ່ງສອດຄ່ອງກັບຜົນປະ ໂຫຽດພື້ນຖານ ແລະ ຄວາມມຸ້ງ
ຫວັງຮ່ວມກັນ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ທັງມີຜົນດີຕໍ່ຄວາມຈະເລີນຮຸ່ງເຮືອງຂອງພາລະ
ກິດການສ້າງສັງຄົມນິຍົມ ກໍ່ຄື ຕໍ່ພາລະກິດອັນສູງສົ່ງ ແຫ່ງ ສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

ທັງສອງຝ່າຍ ເຫັນດີຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ໂດຍຮັກສາການໄປມາຫາສູ່ລະຫວ່າງ ການນຳຂັ້ນສູງ ຂອງ
ສອງພັກ, ສອງລັດ; ຈະສືບຕໍ່ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ບັນ​ຫາ​ສຳ​ຄັນ​ຕ່າງໆຂອງການພົວພັນສອງຝ່າຍ
ກໍ່ຄື ສະພາບການພາກພື້ນ ແລະ ສາ​ກົນ ຢ່າງທັນເວລາ ດ້ວຍຫຼາຍຮູບການ ທີ່ມີໄຫວພິບ ເພື່ອເປັນທິດຊີ້ນໍານໍາພາ
ການເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ-ຈີນ ໃນໄລຍະໃໝ່. ທັງສອງຝ່າຍ ຍິນດີສືບຕໍ່ເພີ່ມທະວີການຮ່ວມມື
ແລກປ່ຽນແບບໄມຕີຈິດມິດຕະພາບ ລະຫວ່າງ ສອງພັກ, ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງພັກ (ໄລຍະ
ແຕ່ປີ 2016-2020) ໃຫ້ດີ, ສືບຕໍ່ຈັດຕັ້ງກອງປະຊຸມສຳມະນາທິດສະດີ ລະຫວ່າງ ສອງພັກ ໃຫ້ດີ, ເພີ່ມທະວີການ
ຮ່ວມມືໃນການຝຶກອົບຮົມກໍ່ສ້າງພະນັກງານ, ລົງເລິກແລກປ່ຽນບົດຮຽນ ໃນການກໍ່ສ້າງພັກ ແລະ ການປົກຄອງລັດ-
ບໍລິຫານປະເທດ, ສືບຕໍ່ລົງເລິກການພົວພັນທີ່ດີ ລະຫວ່າງ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ກັບ ສະພາແຫ່ງ
ຊາດລາວ, ກໍ່ຄື ລະຫວ່າງ ສະພາປຶກສາການເມືອງທົ່ວປະເທດຈີນ ກັບ ສູນກາງແນວລາວສ້າງຊາດຂອງລາວ, ເພີ່
ມທະວີການໄປມາຫາສູ່ກັນລະຫວ່າງອົງການກ່ຽວຂ້ອງ ແລະ ການແລກປ່ຽນປະສານງານດ້ານນະໂຍບາຍ ເພື່ອປະ
ກອບສ່ວນເຂົ້າໃນການສ້າງສາສັງຄົມນິຍົມຂອງສອງປະເທດ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງ ສອງປະ
ເທດ ລາວ-ຈີນ.

ທັງສອງຝ່າຍ ເຫັນດີສືບຕໍ່ການແລກປ່ຽນ​ໄປ​ມາ​ຫາ​ສູ່ ແລະ ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ວຽກ​ງານ​ການ​ຕ່າງ​ປະ​ເທດ,
ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ; ຮ່ວມກັນຈັດຕັ້ງປະຕິບັດສັນຍາວ່າດ້ວຍ ການຮ່ວມມື ລະຫວ່າງ ສອງກະຊວງ
ການຕ່າງປະເທດ ໃນສະພາບການໃໝ່ ທີ່ໄດ້ເຊັນກັນໃນໄລຍະຢ້ຽມຢາມຄັ້ງນີ້ ເພື່ອເຮັດໃຫ້ແຕ່ລະຂັ້ນມີການປະສານ
ງານກັນຢ່າງໃກ້ຊິດ; ຮັກສາການແລກປ່ຽນລະຫວ່າງການນຳທຸກຂັ້ນຂອງສອງກະຊວງປ້ອງກັນປະເທດ, ສືບຕໍ່ການພົບ
ປະລະຫວ່າງ ການນໍາຂັ້ນສູງຂອງທະຫານປ້ອງກັນຊາຍແດນຂອງສອງປະເທດ, ເພີ່ມທະວີການຮ່ວມມືໃນຂົງເຂດການ
ຝຶກອົບຮົມບຸກຄະລາກອນ, ການຝຶກຊ້ອມການທະຫານ, ​ວຽກງານການເມືອງ, ວຽກ​ງານ​ເສ​ນາ​ຮັກ ແລະ ອື່ນໆ; ເພີ່ມທະ
ວີການຮ່ວມມືໃນຂົງເຂດການປະຕິບັດກົດໝາຍ ແລະ ຄວາມ​ປອດ​ໄພ ໃນ​ດ້ານ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ;
ການ​ຕ້ານ​ອາ​ຊະ​ຍາກຳ​ຂ້າມ​ຊາດ; ການ​ລາດ​ຕະ​ເວນ​ຕາມ​ລຳ​ແມ່​ນ້ຳ​ຂອງ; ສະ​ຫນັບ​ສະ​ຫນູນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​
ຫມັ້ນ​ຄົງ ແລະ ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ຂອງ​ກັນ ແລະ ກັນ; ປົ​ກ​ປັກ​ຮັກ​ສາ​ບຸກ​ຄົນ, ອົງ​ການ ແລະ ໂຄງ​ການ​ໃຫຍ່​
ຂອງ​ກັນ ແລະ ກັນ​ໃຫ້​ດີ.

ທັງສອງຝ່າຍ ເຫັນດີຈະເອົາໃຈໃສ່ ແລະ ລົງເລິກການເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ-ຈີນ ດ້ວຍຍຸດທະ
ສາດລະດັບສູງ ໃນການຊອກຄົ້ນກຳ​ລັງແຮງບົ່ມຊ້ອນຂອງການຮ່ວມມືຕື່ມອີກບາດກ້າວໜຶ່ງ ເພື່ອຍົກລະດັບການຮ່ວມມື
ໃຫ້ສູງຂຶ້ນກວ່າເກົ່າຄື:

ເລັ່ງລັດການເຊື່ອມໂຍງ ລະຫວ່າງ ຂໍ້ລິເລິ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງຈີນ ກັບ ຍຸດທະສາດ "ຫັນປະ
ເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນ" ຂອງລາວ, ສອງ
ຝ່າຍຈະຮ່ວມກັນສ້າງແລວເສດຖະກິດ ລະ​ຫວ່າງ ລາວ-ຈີນ ທີ່​ເລີ່ມ​ຈາກ​ແຂວງ​ຢຸນ​ນານ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາ​ວ-
ຈີນ ຜ່ານ​ຈຸດ​ສຳ​ຄັນ​ຕ່າງໆ ແລະ ລົງ​ມາ​ຮອດ​ພາກ​ໃຕ້​ຂອງ​ປະ​ເທດ​ລາວ.

ຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການເພີ່ມທະວີການຮ່ວມມືການກໍ່ສ້າງພື້ນຖານໂຄງລ່າງ ທີ່​ລົງ​ນາມ
​ຮ່ວມ​ກັນໃນລະຫວ່າງການຢ້ຽມຢາມຄັ້ງນີ້ໃຫ້ດີ; ເລັ່ງລັດຊຸກຍູ້ບັນດາໂຄງການທີ່ເປັນຂີດໝາຍສໍາຄັນຂອງການຮ່ວມມື,
ລວມທັງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ດ້ວຍການເພີ່ມທະວີການປະສານງານຢ່າງກົມກຽວ, ສົມທົບກັນ
ແກ້ໄຂບັນຫາໃນການປະ​ຕິ​ບັດໂຄງການ, ນະໂຍບາຍກ່ຽວຂ້ອງ, ການຮັກສາຄວາມປອດໄພ ແລະ ການລະດົມທຶນ
ເພີ່ມເຕີມຂອງໂຄງການໃຫ້ດີ ເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດໂດຍໄວ.

ສົ່ງເສີມບົດບາດຂອງຄະນະກຳມາທິການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ກໍຄື ກົນໄກການ
ຮ່ວມມືກ່ຽວ​ກັບຄວາມ​ອາດ​ສາ​ມາດ​ດ້ານການຜະລິດ ແລະ ການລົງທຶນ ຢ່າງເຕັມສ່ວນ; ເພີ່ມທະວີການວາງແຜນ
ຢ່າງຮອບ​ດ້ານໃນການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ ເພື່ອຍົກສູງລະດັບ ແລະ ຂະໜາດການຮ່ວມ
ມືທາງດ້ານເສດຖະກິດ-ການຄ້າຂອງສອງຝ່າຍ; ເພີ່ມທະວີການຮ່ວມມືໃນຂົງເຂດຄວາມອາດສາມາດການຜະລິດ,
ການເງິນ-ທະນາຄານ, ພະລັງງານ, ຊັບພະຍາກອນທໍາມະຊາດ, ການ​ທ່ອງ​ທ່ຽວ ແລະອື່ນໆ ເພື່ອຊຸກຍູ້ການຊ່ວຍ
ໜູນຊຶ່ງ​ກັນ​ແລະກັນ ດ້ານທ່າແຮງເສດຖະກິດຂອງສອງປະເທດ.

ຝ່າຍຈີນຍິນດີຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະຫນັບສະຫນຸນໃຫ້ແກ່ການສ້າງສາພັດທະນາປະເທດຊາດ
ຂອງຝ່າຍລາວຕາມຄວາມສາມາດຂອງຕົນ, ສົ່ງເສີມການພັດທະນາ ເສດຖະກິດ ແລະ ຍົກລະດັບຊີວິດການ
ເປັນຢູ່ຂອງປະຊາຊົນລາວ, ຊ່ວຍເຫຼືອວຽກງານສາທາ ລະນະສຸກ, ວັດທະນະທຳ, ການສຶກສາ ແລະ ອື່ນໆ
ຂອງຝ່າຍລາວ ມີການຂະຫຍາຍຕົວ, ສືບຕໍ່ສະຫນັບສະຫນູນການສ້າງສາພື້ນຖານໂຄງລ່າງ ດ້ານກະສິກຳ,
ຊົນລະປະທານ, ຄົມມະ ນາຄົມຂົນສົ່ງ, ໂທລະຄົມສື່ສານ ແລະ ອື່ນໆ, ຈັດຕັ້ງປະຕິບັດບັນດາໂຄງການເຊັ່ນ:
ດ້ານສຸກ ສາລາ, ສຸຂະນະໄມ ໃຫ້ແກ່ປະຊາຊົນລາວ ທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກລີກ, ທັງນີ້
ກໍ່ເພື່ອແນ່ໃສຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ, ໂດຍສະເພາະ
ປະຊາຊົນທີ່ຢູ່ທ້ອງຖິ່ນຂອງລາວໃຫ້ຫລາຍຂຶ້ນກວ່າເກົ່າ.

ທັງສອງຝ່າຍ ຍິນດີຈະເປີດກວ້າງການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດວັດທະນະທໍາ, ສຶກສາ, ເຕັກ
ນິກ-ວິທະຍາສາດ ແລະ ອື່ນໆ; ເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງ ອົງການກຳມະ ບານ, ຊາວໜຸ່ມ
ແລະ ແມ່ຍິງຂອງສອງປະເທດ; ຈັດຕັ້ງປະຕິບັດແຜນການຮ່ວມມືດ້ານວັດທະນະ ທຳປະ​ຈຳ​ປີໃຫ້​ດີ, ສືບ​ຕໍ່​ດຳ
​​ເນີນວຽກງານ ຂອງ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໃຫ້ດີ. ຝ່າຍຈີນ ຈະສືບຕໍ່ສະໜອງທຶນການ
ສຶກສາຂອງລັດຖະບານຈີນໃຫ້ແກ່ຝ່າຍລາວ​ຫຼາຍ​ຂຶ້ນ, ພ້ອມທັງຈະຊຸກຍູ້ການຮ່ວມມືໃນດ້ານອາຊີວະສຶກສາ
ເພື່ອຮັບໃຊ້ໃຫ້ແກ່ການສ້າງສາເສດຖະກິດ-ສັງຄົມຂອງລາວ ກໍ່ຄື ການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງ
ສອງປະເທດ; ຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານເຕັກນິກ-ວິທະຍາສາດ ລະຫວ່າງ ລັດຖະບານສອງປະ
ເທດ ທີ່ເຊັນກັນໃນລະຫວ່າງການຢ້ຽມຢາມຄັ້ງນີ້ໃຫ້ດີ; ສືບຕໍ່ປະຕິບັດການແລກປ່ຽນອາສາສະໝັກຊາວໜຸ່ມ,
ເພີ່ມທະວີການແລກປ່ຽນຊາວໜຸ່ມ-ໄວໜຸ່ມສອງປະເທດ, ພ້ອມກັນສຶກສາອົບຮົມ ແລະ ສ້າງຜູ້ສືບທອດມິດ
ຕະພາບອັນເປັນມູນເຊື້ອ ລະຫວ່າງ ລາວ-ຈີນ; ເປີດກວ້າງການຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະ
ເທດ; ສືບຕໍ່ສົ່ງເສີມບົດບາດຂອງກົນໄກການຮ່ວມມື ລະຫວ່າງ ແຂວງຢູນນານຂອງຈີນ ກັບບັນດາແຂວງ
ພາກ ເໜືອຂອງລາວ; ເພີ່ມທະວີການໄປມາຫາສູ່ກັນລະ​ຫວ່າງບັນດາແຂວງທີ່ມີຊາຍແດນຕິດຈອດກັນ.

ສອງຝ່າຍຕີລາຄາຢ່າງຕັ້ງໜ້າ ຕໍ່ສະພາບການໃນທະເລຈີນໃຕ້ ທີ່ມີສະຖຽນລະພາບ, ເຫັນດີສືບຕໍ່ຈັດ​ຕັ້ງປະ
ຕິບັດ ຖະແຫຼງການ​ແຫ່ງການປະພຶດຂອງ​ບັນ​ດາຝ່າຍຢູ່ທະເລຈີນໃຕ້ ຢ່າງ​ຄົບ​ຖ້ວນ ແລະ ມີປະສິດທິ​ພາບ
ແລະ ​ເສີມ​ຂະ​ຫຍາຍ​ທ່ວງ​ທ່າ​ທີ່​ດີ ເພື່ອ​ກ້າວ​ໄປ​ສູ່​ການ​ສ້າງ​ກົດແຫ່ງການປະພຶດ​ໃນທະເລຈີນໃຕ້ ໂດຍໄວ,
​ບົນ​ພື້ນ​ຖານ​ການ​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັ​ນ​ເອ​ກະ​ພ​າບ. ທັງສອງຝ່າຍສະໜັບສະໜູນ​ບັນ​ດາຝ່າຍທີ່ກ່ຽ
ວຂ້ອງ ຮ່ວມມືທີ່ເປັນຮູບປະທຳໃນທະເລຈີນໃຕ້ ເພື່ອເຮັດໃຫ້ທະເລຈີນໃຕ້ ເປັນທະເລແຫ່ງສັນຕິພາບ,
ມິດຕະພາບ ແລະ ການຮ່ວມມື.

ຝ່າຍຈີນ ຢືນຢັນຄືນການສະໜັບສະໜູນຢ່າງ​ຫນັກ​ແຫນ້ນຄວາມພະຍາຍາມຂອງຝ່າຍລາວ ໃນການປົກປັກ
ຮັກສາອະທິປະໄຕ, ເອກະລາດ ແລະ ຄວາມໝັ້ນຄົງຂອງຊາດ. ຝ່າຍລາວ ຢືນຢັນຄືນ​ໃນ​ການ​ຍຶດ​ຫມັ້ນ
ນະໂຍບາຍປະເທດຈີນດຽວຢ່າງ​ຫນັກ​ແຫນ້ນ, ສືບຕໍ່ສະໜັບສະໜູນການພັດທະນາສາຍພົວພັນສອງຝັ່ງທະ
ເລໄຕ້ຫວັນ, ສະໜັບສະໜູນພາລະກິດທ້ອນໂຮມປະເທດຊາດ ຂອງ ສປ ຈີນ, ເດັດດ່ຽວຄັດຄ້ານທຸກການ
ເຄື່ອນໄຫວ ໃນທຸກຮູບແບບທີ່ເປັນການແບ່ງແຍກ "ໄຕ້ຫວັນເປັນເອກະລາດ".

ສອງຝ່າຍຕີລາຄາສູງ ຕໍ່ການຮ່ວມມືຢ່າງມີປະສິດທິຜົນຂອງສອງປະເທດ ໃນເວທີພາກພື້ນ ແລະ ສາກົນ,
ເຫັນດີສືບຕໍ່ເພີ່ມທະວີການປະສານງານ ແລະ ຮ່ວມມືໃນຂອບຫຼາຍຝ່າຍ ຄື: ເວທີສະຫະປະຊາຊາດ, ກອງ
ປະຊຸມອາຊີ-ເອີຣົບ, ການຮ່ວມມືໃນ​ຂອບກອງ​ປະ​ຊຸມ​ສຸດຍອດອາຊີຕາເວັນອອກ, ການຮ່ວມມືແມ່ນໍ້າລ້ານຊ້າງ
-ແມ່ນໍ້າຂອງ ແລະ ອື່ນໆ; ສືບຕໍ່ພົວພັນກັນຢ່າງໃກ້ຊິດ, ທັນການ, ມີປະສິດທິຜົນ ແລະ ໃຫ້ການສະໜັບ
ສະໜູນເຊິ່ງກັນແລະກັນ ຢ່າງແຂງແຮງ ໃນບັນຫາຕ່າງໆທີ່ກ່ຽວພັນເຖິງຜົນປະໂຫຍດສຳຄັນຂອງແຕ່ລະ
ຝ່າຍ.

ຝ່າຍຈີນຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງຝ່າຍລາວໃນການມີສ່ວນຮ່ວມກໍ່ສ້າງ "ໜຶ່ງແລວທາງ
ໜຶ່ງເສັ້ນທາງ" ຢ່າງຕັ້ງໜ້າ, ສະແດງຄວາມຊົມເຊີຍຕໍ່ຝ່າຍລາວທີ່ໄດ້ມີບົດບາດ​ສຳຄັນໃນການຊຸກຍູ້ການ
ພົວພັນ ລະຫວ່າງ ອາຊຽນ-ຈີນ, ການຮ່ວມມືອາຊີຕາເວັນອອກ, ສະໜັບສະໜູນຝ່າຍລາວ ໃນການເປັນປະ
ທານຮ່ວມຂອງຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນປີ 2018. ຝ່າຍລາວ ໄດ້ສະແດງຄວາມຊົ
ມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມເວທີປາໄສສາກົນລະດັບສູງ "ໜຶ່ງແລວທາງໜຶ່ງເສັ້ນທາງ"
ດ້ວຍຜົນສຳເລັດອັນຈົບງາມ ແລະ ຍິນດີຮ່ວມກັບ ສປ ຈີນ ແລະ ບັນດາປະເທດອ່າງແມ່ນໍ້າຂອງ ພ້ອມ
ກັນສ້າງຄູ່ຮ່ວມຊາຕາກຳຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ໃນການ​ຢ້ຽມ​ຢາມ​ຄັ້ງ​ນີ້, ສອງຝ່າຍໄດ້ເຊັນເອກະສານການຮ່ວມມື ຈໍານວນ 17 ສະບັບ ຄື: ສັນຍາການຮ່ວມ
ມືລະຫວ່າງກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບ
ການເພີ່ມທະວີການຮ່ວມມືໃນສະພາບການໃຫມ່; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນກໍ່ສ້າງແລວ
ເສດຖະກິດລາວ-ຈີນ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄໝ
ດີຈີຕອນ ຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ; ສັນຍາ ວ່າດ້ວຍການຮ່ວມມືດ້ານວິ
ທະຍາສາດ ແລະ ເຕັກໂນໂລຊີ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດ ຕັ້ງປະຕິບັດຮ່ວມ ໂຄງ
ການຕົວແບບ ໃນການສ້າງສູນຂໍ້ມູນ-ຂ່າວສານ ຊັບພະຍາ ກອນນໍ້າແຫ່ງຊາດ ແລະ ການສ້າງແຜນແມ່
ບົດ ການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມ
ກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກໍາຄົບວົງຈອນທີ່ທັນສະໄໝ; ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ
ການເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານ
ການຊ່ວຍເຫຼືອໃນ 3 ປີຕໍ່ໜ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການພັດທະນາຊັບພະ
ຍາກອນມະນຸດ; ສານແລກປ່ຽນວ່າດ້ວຍຝ່າຍຈີນເຫັນດີກຳນົດເອົາໂຄງການປັບປຸງ ແລະ ຍົກລະດັບລະ
ບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ; ສັນຍາຂອບ ສະໜອງເງິນກູ້ພິເສດ
ໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ບົດບັນທຶກຄວາມເຂົ້າໃຈ
ການສ້າງຄູ່ຮ່ວມມືຍຸດທະສາດ ດ້ານການຮ່ວມມືໄຟຟ້າ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື
ທາງດ້ານການເງິນເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ; ສັນຍາເງິນກູ້ພິ
ເສດດອກເບ້ຍຕໍ່າໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ສັນຍາເງິນກູ້ທຸລະກິດໂຄງ ການສາຍສົ່ງ 115ກວ
ຊຽງຮ່ອນ-ຫົງສາ; ສັນຍາຮ່ວມທຶນໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນຕອນທີ I
ນະຄອນຫຼວງວຽງຈັນ ຫາ ວັງວຽງ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະ
ຄອນຫຼວງວຽງຈັນ.

ສອງຝ່າຍມີຄວາມເປັນເອກະພາບຮ່ວມກັນວ່າ ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສະຫາຍ
ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ
ຈີນ ຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ, ເປັນຂີດໝາຍທີ່ມີຄວາມສຳຄັນ ໃນການສືບຕໍ່ຮັດແໜ້ນສາຍ
ພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ຈີນ ແລະ ໄດ້ຊຸກຍູ້ໃຫ້ສາຍພົວພັນ
ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລາວ-ຈີນ ກ້າວຂຶ້ນສູ່ລະດັບສູງອັນໃໝ່.

ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ
ແຫ່ງ ສປ ຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການ
ໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍ່ຄື ພັກ
ປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຄຶກຂຶມ
ແລະ ສົມ​ກຽດ ໃນໂອກາດການຢ້ຽມຢາມຄັ້ງນີ້. ໃນໂອກາດດັ່ງກ່າວ, ສະຫາຍ ສີ ຈິ້ນຜິງ ໄດ້ເຊື້ອເຊີນ
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄປຢ້ຽມຢາມ ສປ
ຈີນ ອີກຄັ້ງໜຶ່ງ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ
ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບຕໍ່ການເຊື້ອເຊີນດ້ວຍຄວາມຍິນດີ.

ທີ່ ນະຄອນຫຼວງວຽງຈັນ, ວັນທີ 14 ພະຈິກ 2017