ໂຮງ​ໝໍ​ລັດຂອງ​​ຈີນຫຼຸດ​ລາ​ຄາ​ຢາ​ປົວ​ພະ​ຍາດ​ໃຫ້​ໜ້ອຍ​ລົງ
  2018-02-12 16:53:58  cri
    ການ​ປະ​ຕິ​ຮູບ​ໂຮງ​ໝໍ​ລັດ​ໂດຍ​ລວມ ແມ່ນ​ຂັ້ນ​ຕອນ​ສຳ​ຄັນ​ໃນ​ການ​ປະ​ຕິ​ຮູບ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ຈີນ, ແຕ່​ກ່ອນ, ໂຮງ​ໝໍ​ລັດຂອງ​ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຊື້​ຢາ​ປົວ​ພະ​ຍາດ​ຈາກ​ໂຮງ​ງານ ແລ້ວ​ເພີ່ມ​ລາ​ຄາ​ຕາມ​ອັດ​ຕາ​ສ່ວນ​ໃດ​ໜຶ່ງ​ ແລະ​ຂາຍ​ໃຫ້​ຄົນ​ເຈັບ, ​ທ່ານ ວາງ​ເຮີ້​ເຊີ້ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ວາງ​ແຜນ​ຄອບ​ຄົວ​ແຫ່ງ​ລັດ​ຈີນ ທັງ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ປະ​ຕິ​ຮູບ​ການ​ປິ່ນ​ປົວ​ພະ​ຍາດ​ລັດ​ຖະ​ບານ​ຈີນ ໄດ້​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ກຸມ​ພານີ້​ວ່າ, ປີ 2017 ຜ່ານ​ມາ, ໂຮງ​ໝໍ​ຂອງ​ລັດ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ໂດຍ​ລວມ​ຢ່າງ​ຮອບ​ດ້ານ, ໂດຍ​ໄດ້​ຍົກ​ເລີກ​ນະ​ໂຍ​ບາຍ​ເພີ່ມ​ລາ​ຄາ​ຢາ​ປົວ​ພະ​ຍາດ​ທັງ​ໝົດ ເພື່ອ​ຊຸກ​ຍູ້ໂຮງ​ໝໍ​ຂອງ​ລັດ​ໃຫ້​ມີ​ລັກ​ສະ​ນະ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຕື່ມ​ອີກ.

    ທ່ານ ວາງ​ເຮີ້​ເຊິ້ງ ກ່າວ​ຕື່ມ​ວ່າ, ຈີນ​ພວມ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ນຳ​ໃຊ້​ຢາ​ປົວ​ພະ​ຍາດ​ໃນ​ການ​ຜະ​ລິດ​ແລະ​ຈໍ​ລະ​ຈອນ, ຫຼຸດ​ລາ​ຄາ​ຢາ​ປົວ​ພະ​ຍາດ​ໃຫ້​ຕ່ຳ​ລົງ ແລະ​ຄວບ​ຄຸມ​ບໍ່​ໃຫ້​ຄ່າ​ປິ່ນ​ປົວ​ພ​ະ​ຍາດ​ເພີ່ມ​ຂຶ້ນ​ແບບ​ບໍ່​ສົມ​ເຫດ​ສົມ​ຜົນ​ຕາມຫຼັກ​ວິ​ທະ​ຍາ​ສາດ.