ການ​ປະຕິ​ຮູບ​ເປັນ​ການ​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ຈີນ
  2018-02-23 11:15:06  cri

ທະນາຄານ​ໂລກ​ໄດ້​ເປີ​ດ​ເຜີຍ​ບົດ​ລາຍ​ງານ​ວິ​ເຄາະ​ເປັນ​ລະບົບ​ຕາມ​ແຕ່ລະ​ປະ​ເທດ​ໃນ​ວັນ​ທີ 22 ກຸມພາ​ນີ້ ​ໂດຍ​ເຫັນ​ວ່າ ຈີນ​ໄດ້​ຮັບ​ຜົນ​ງານ​ດີເດັ່ນທີ່​ບໍ່​ເຄີຍ​ມີ​ມາ​ໃນ​ປະຫວັດສາດ​ຕົນ​ໃນ​ການ​ພັດທະນາ​ເສ​ດຖະກິດ ​ແລະ ຫຼຸດຜ່ອນ​ຄວາມທຸ​ກຍາກ ​ແລະ​ໝາກຜົນ​ເຫຼົ່ານີ້​ກໍ​ໄດ້​ປະ​ໂຫຍ​ດຈາກ​ການ​ປະຕິ​ຮູບຂອງ​ຕົນ, ຂະນະ​ທີ່​ຈີນ​ຫວັງ​ຢາກ​ບັນລຸ​ການ​ພັດທະນາ​ແບບ​ກວມ​ລວມຫຼາຍກວ່າ​ເກົ່າ ​ແລະ ພັດທະນາ​ແບບ​ຍືນ​ຍົງນັ້ນ ​ຈະ​ຕ້ອງ​ອາ​ໄສ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ນັ້ນ​ເອງ.

ບົດ​ລາຍ​ງານ​ເຫັນ​ວ່າ ການ​ປະຕິ​ຮູບ​ຢ່າງ​ກວ້າງຂວາງ​​ໄດ້​ເຮັດ​ໃຫ້​ເສດຖະກິດຈີນສາມາດ​ພັດທະນາ ​ແລະ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ເຊິ່ງການ​ປະ​ຕິ​ຮູບ​ເຫຼົ່ານີ້​ໄດ້​ຫັນປ່ຽນກຸ່ມເສດຖະກິດ​ແຜນການ​ທີ່​ນຳພາ​ໂດຍ​ລັດຖະບານ, ຖື​ເອົາ​ກະສິກຳ​ເປັນຫຼັກ ​ແລະ ປິດ​ປະຕູ​ຕັນ​ໂຕ​ເອງ ມາ​ເປັນກຸ່ມ​ເສດຖະກິດ​ທີ່​ຫັນ​ເປັນ​ແບບ​ຕະຫຼາດ, ​ເປັນ​ຕົວ​ເມືອງ ​ແລະ ​ເປີດ​ກວ້າງ.

ບົດ​ລາຍ​ງານ​ຍັງຊີ້​ໃຫ້​ເຫັນ​ວ່າ ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ ​ໄດ້​ເຮັດ​ໃຫ້ປະຊາກອນ​ຜູ້​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດຫຼຸດໜ້ອຍ​ລົງຫຼາຍທີ່​ສຸດ ​ແລະ​ວ່ອງ​ໄວ​ທີ່​ສຸດ ​ແບບ​ບໍ່​​ເຄີຍມີມາ​ກ່ອນ​ໃນ​ປະຫວັດສາດ ​ແຕ່​ປັດຈຸບັນ, ປະຊາກອນ​ຜູ້​ທຸກ​ຍາກ​ຍັງ​ມີ​ຈຳນວນຫຼາຍສົມຄວນ ​ແລະ​ສິ່ງທ້າ​ທາຍ​ທີ່​ຜະ​ເຊີນ​ກໍ​ຄືການ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອຜູ້​ທຸກ​ຍາກ​ທີ່​ຍັງ​ເຫຼືອນັ້ນ​ໂດຍ​ກົງ ​ແລະ​ຂະນະ​ດຽວ​ກັນ ກໍ​ເລັງ​ໃສ່​ຜູ້​ທີ່​ຫຼຸດພົ້ນຄວາມທຸກ​ຍາກ​ມາ​ແລ້ວນັ້ນ​ບໍ່​ໃຫ້ຕົກ​ຢູ່​ໃນ​ສະພາບ​ທຸກ​ຍາກ​ອີກ. ນອກຈາກ​ນີ້, ການ​ສ້າງ​ຄວາມ​ສົມ​ດຸນ​ໃໝ່ຂອງ​​ເສດຖະກິດຈີນພວມ​ດຳ​ເນີນ​ຢູ່​ ການ​​​​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ໃຫ້​ດີດ້ວຍ​ວິທີທີ່​ມີ​ຄວາມ​ຕໍ່​ເນື່ອງນັ້ນ ມີ​ຄວາມ​ສຳຄັນຢ່າງ​ຍິ່ງ​ຕໍ່​ການ​ບັນລຸ​ເປົ້າໝາຍ​ການ​ພັດທະນາ​ຂອງ​ລັດ. ບົດ​ລາຍ​ງານ​ໄດ້​ສະ​ເໜີ​ໃຫ້​ຈີນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາ​ກອນ​ສາທາລະນະ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ໃຫ້​ມີຄວາມ​ໂປ່​ງ​ໃສ​ຫຼາຍຍິ່ງ​ຂຶ້ນ ​ແລະ ​ເປີດ​ກວ້າງ​ການ​ປະສານ​ງານ​ລະຫວ່າງ​ສາທາລະນະ​​ແລະ​ພາກ​ເອກະ​ຊົນ​ທີ່​ມີ​ຜົນ​ປະ​ໂຫຍ​ດເຊື່ອມ​ໂຍງ​ກັນ.