ຈີນ​ຮຽກຮ້ອງ​ໃຫ້​ກັບ​ຄືນ​ຂອບ​ກົດໝາຍ​ສາກົນ​ເພື່ອ​ແກ້​ໄຂ​ບັນຫາ​ຊີຣີ
  2018-04-16 14:45:46  cri

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ໄຂ​ກອງ​ປະຊຸມ​ສຸກ​ເສີນ​ໃນ​ວັນ​ທີ 14 ​ເມສາ​ນີ້ ຫຼັງອາ​ເມ​ລິ​ກາ, ຝຣັ່ງ ​ແລະ ອັງກິດ​ເປີດ​ບັ້ນ​ໂຈມ​ຕີ​ດ້ວຍ​ກຳລັງ​ທະຫານ​ຕໍ່ຊີຣີ ທ່ານ​ມ໋າຈ່າວ​ຊີ້​ວ໌ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ວ່າ: ພວກ​ຂ້າພະ​ເຈົ້າ​ເຕືອນຕໍ່ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຄວນຫຼີກລ່ຽງການ​ນຳ​ໃຊ້​ມາດ​ຕະການ​ໃດໆ ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ຂຶ້ນຕື່ມ ​ແລະ​ກັບ​ຄືນ​ຂອບ​ກົດໝາຍ​ສາກົນ ​ເພື່ອ​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການ​ເຈລະຈາ ​ແລະ​ຫາລື​ກັນ.

ທ່ານ​ມ໋າຈ່າວ​ຊີ້​ວ໌ ຊີ້​ວ່າ: ຈີນ​ເຫັນ​ວ່າ ຊ່ອງ​ທາງ​ການ​ເມືອງ​ແມ່ນ​ທາງ​ອອກ​ພຽງ​ໜຶ່ງ​ດຽວ​ໃນ ການ​ແກ້​ໄຂ​ບັນຫາ​ຊີຣີ​ ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ສືບ​ຕໍ່​ສະໜັບ​ສະ​ໜູນ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ໃນ​ການ​ໄກ່​ເກ່ຍບັນຫາ​ຊີຣີ ​ແລະ​ພະຍາຍາມ​ຮ່ວມ​ກັນຢ່າງ​ບໍ່​ລົດ​ລະ​ເພື່ອຊຸກຍູ້​ບັນຫາ​ຊີຣີ​ໃຫ້​​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່າ​ຍຊ່ອງ​ທາງ​ການ​ເມືອງ. ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ແລະ​ຕັ້ງໜ້າ​​ເພື່ອ​​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ, ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ກໍ​ຄື​ໃນ​ໂລກ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງມະຕິທີ່​ຮ່າງ​ໂດຍຣັດ​ເຊຍ​ເພື່ອ​ປະນາມ​ອາ​ເມ​ລິ​ກາ, ຝຣັ່ງ ​ແລະ ອັງກິດ​ກໍ່​ການ​ໂຈມ​ຕີ​ທາງ​ການ​ທະຫານ​ຕໍ່​ຊີຣີ ​ແລະ ​ໃນ 15 ປະ​ເທດ​ສະມາຊິກ​ສ​ະພາ​ຄວາມ​ໝັ້ນຄົງ ມີ 3 ບັດ​ເຫັນ​ດີ, 8 ບັດ​ຄັດຄ້ານ ​ແລະ 4 ບັດງົດ​ອອກສຽງ ຈຶ່ງ​ບໍ່​ສາມາດ​ຮັບຮອງ​ເອົາ​ຮ່າງ​ມະຕິ​ຂອງຣັດ​ເຊຍ​ໄດ້.