ສະພາ​ຄວາມ​ໝັ້ນຄົງ ສປຊ ປະນາມ​ຕໍ່​ການຫຼອນ​ໂຈມ​ຕີ​ກອງ​ຮັກສາ​ສັນຕິພາບ​ປະຈຳ​ມາລີ
  2018-04-16 16:06:28  cri

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 15 ​ເມສາ​ນີ້ ​ໂດຍ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ກຸ່ມ​ປະກອບ​ອາວຸດ​ທີ່​ກໍ່​ການຫຼອນ​ໂຈມ​ຕີ​ຄະນະຮັກສາ​ສັນຕິພາບຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ມາລີ ຫຼື MINUSMA ຢູ່​ເມືອງ​ຕິ​ມບຸກຕູ ປະ​ເທດ​ມາລີ ​ໃນ​ວັນ​ທີ 14 ​ເມສາ​ນີ້.

ຂ່າວ​ລາຍ​ງານ​ວ່າ: ​ເຫດການຫຼອນ​ໂຈມ​ຕີ​ ​ໄດ້​ເຮັດ​ໃຫ້​ທະຫານ​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະປະຊາ​ຊາດ​ຈາກ​ປະ​ເທດ​ບູກີ​ນາ​ຟາ​ໂຊ 1 ຄົນ​ເສຍ​ຊີວິດ ນອກ​ນີ້​ຍັງ​ມີສິບ​ກວ່າ​ຄົນບາດ​ເຈັບ​.

ຖະ​ແຫຼງການ​ລະບຸ​ວ່າ: ສະພາ​ຄວາມ​ໝັ້ນຄົງ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈຢ່າງ​ສຸດຊຶ້ງທີ່​ສຸດ​ມາ​ຍັງ​ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ລັດຖະບານ​ບູກີ​ນາ​ຟາ​ໂຊ ພ້ອມ​ດ້ວຍ​ຄະນະ​ຮັກສາ​ສັນຕິພາບ​ປະຈຳ​ມາລີ, ອວຍພອນ​ໃຫ້​ຜູ້​ໄດ້​ຮັບ​ບາດ​ເຈັບ​ຈົ່ງ​ຟື້ນ​ຟູ​ສຸຂະພາບ​ໂດຍ​ໄວ ທັງ​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ເຈົ້າໜ້າ​ທີ່​ຮັກສາ​ສັນຕິພາບ​ທີ່​ປະຕິບັດ​​ໜ້າ​ທີ່ສ່ຽງ​ຕໍ່​ຄວາມ​ອັນ​ຕະລາຍ​ເຖິງ​ຊີວິດ​ຕົນຢູ່​ມາລີ.

ຖະ​ແຫຼງການ​ລະບຸ​ຕື່ມ​ວ່າ: ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ລັດຖະບານ​ມາລີ​ດຳ​ເນີນ​ການ​ສືບສວນ-ສອບ​ສວນ​ຕໍ່​ເຫດການຫຼອນ​ໂຈມ​ຕີ​ໂດຍ​ໄວ ​ເພື່ອ​ປະຕິບັດ​ກົດໝາຍ​ຕໍ່​ຜູ້​ກໍ່​ເຫດ.