​ສາ​ທາ​ລະນະ​ລັດ​ມົງ​ເຕ​ເນ​ໂກຼຈັດການເລືອກ​ຕັ້ງ​ປະທານາທິບໍດີ
  2018-04-16 16:51:07  cri
ວັນ​ທີ 15 ​ເມສາ​ນີ້, ປະ​ເທດ​ສາ​ທາ​ລະນະ​ລັດ​ມົງ​ເຕ​ເນ​ໂກຼ​ໄດ້​ຈັດການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ຊຸດ​​ໃໝ່ ​ເຊິ່ງ​ເປັນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເທື່ອ​ທີ​ສາມ​ນັບ​ແຕ່​ການ​ປະ​ເທດ​ດັ່ງກ່າວເປັນ​ເອກະລາດ​ໃນ​ເດືອນ​ມິ​ຖຸນາປີ 2006 ​ເປັນ​ຕົ້ນ​ມາ.

ການປ່ອນ​ບັດ​ໄດ້​ເລີ່​ມ​ແຕ່ 7 ​ໂມງຂອງ​ວັນ​ທີ 15 ​ເມສາ​ນີ້, ​ເຊິ່ງມີ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ 7 ຄົນ ລວມທັງທ່ານ​ມິ​ລູ ຈຸ​ຂາ​ໂນ​ວີກ ​ອະດີດ​ນາຍົກລັດຖະມົນຕີ, ປະທາ​ນພັກ​ປະຊາ​ທິປະ​ໄຕນັກ​ສັງຄົມ​ນິຍົມ​ມົງ​ເຕ​ເນ​ໂກຼ​ໄດ້​ລົງ​ແຂ່ງຂັນ​ເລືອກ​ຕັ້ງ.

ການ​ເລືອກ​ຕັ້ງ​ເທື່ອ​ນີ້​ມີ​ສະຖາ 1214 ໜ່ວຍ​ເລືອກ​ຕັ້ງ, ມີ​ຜູ້​ສັງ​ເກດ​ການພາຍ​ໃນ ​ແລະ​ຕ່າງປະ​ເທດ​ປະມານ 2000 ຄົນຕິດຕາມການ​ເລືອກ​ຕັ້ງ. ຂໍ້​ມູນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ​​ຜູ້ມີ​ສິດ​ເລືອກ​ຕັ້ງທີ່​ໄດ້ລົງ​ທະບຽນ​​ເກືອບ 64% ​ໄດ້ເຂົ້າ​ຮ່ວມປ່ອນ​ບັດ​, ອັດຕາ​ການ​ປ່ອນ​ບັດເທື່ອ​ນີ້​​ເກືອບ​ເທົ່າ​ກັບ​ການ​ເລືອກ​ຕັ້ງຊຸດທີ່ຜ່ານ​ມາ. ຂໍ້​ມູນ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ຕໍ່ບັດ​ເລືອກ​ຕັ້ງ​ 97,5% ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ​ມິ​ລູ ຈຸ​ຂາ​ໂນ​ວີກ​ໄດ້​ຮັບ​ຄະ​ແນນ​ສຽງ 54% ລື່ນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ​ອື່ນໆ​ຢ່າງ​ຫຼວງຫຼາຍ ​ເຊິ່ງອາດ​ຈະ​ເປັນ​ປະທານາທິບໍດີຄົນ​ໃໝ່​ຂອງ​ປະ​ເທດ​ມົງ​ເຕ​ເນ​ໂກຼ.