ຈີນ​ແລະ​ຍີ່ປຸ່ນ​ຈັດການ​ສົນທະນາ​ເສດຖະກິດ​ລະດັບສູງ​ຄັ້ງທີ 4
  2018-04-17 14:57:29  cri

ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ກູ​ໂນະ ຕາຣຸ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໄດ້​ຮ່ວມ​ກັນ​ເປັນ​ປະທານ​ກອງ​ປະຊຸມ​ສົນທະນາ​ເສດຖະກິດ​ລະດັບ​ສູງຈີນ-ຍີ່ປຸ່ນ​ຄັ້ງທີ 4 ຢູ່​ນະຄອນຫຼວງ​ໂຕ​ກຽວ ​ໃນ​ວັນ​ທີ 16 ​ເມສາ​ນີ້.

ທ່ານ​ຫວາງ​ຢີ້ຊີ້​ວ່າ: ປີ​ນີ້​ແມ່ນ​ປີ​ຄົບຮອບ 40 ປີ​ແຫ່ງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ຍີ່​ປຸ່ນປະສົບ​ໂອກາດ​ປະຫວັດສາດ​ຄັ້ງ​ໃໝ່ ສອງ​ຝ່າຍ​ຄວນ​ທະນຸ​ຖະໜອມ​ທ່າອ່ຽງການ​ຂະຫຍາຍຕົວ​ທີ່​ດີ​ທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍນີ້, ປົກ​ປ້ອງ​ພື້ນຖານ​ການ​ເມືອງ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຍຶດໝັ້ນຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ພັດທະນາ​ຮ່ວມ​ກັນ, ພະຍາຍາມ​ເພື່ອ​​ໃຫ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ດີ​​ຂຶ້ນກວ່າ​ເກົ່າ ​ແລະ ສຸມ​ໃສ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະຢັດ​ພະລັງງານ-ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ປະດິດ​ສ້າງ​ວິທະຍາສາດ-​ເຕັກນິກ, ການ​ເງິນ-ການ​ທະນາຄານ, ການ​ປິ່ນປົວ​ສຸຂະພາບ-ລ້ຽງ​ດູ​​ເບິ່ງ​ແຍງຜູ້​ເຖົ້າຜູ້​ແກ່ ​ແລະ​ອື່ນໆ ນອກ​ນີ້, ສອງ​ຝ່າຍ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໃຫ້​ໄດ້​ຮັບ​ໝາກຜົນ, ຮ່ວມ​ກັນ​ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ ຮ່ວມ​ກັນ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ ​ແລະ ຮ່ວມ​ກັນ​ປົກ​ປ້ອງ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ.

ທ່ານ​ກູ​ໂນະ ຕາຣຸ ກ່າວ​ວ່າ: ຍີ່ປຸ່ນ​ຍິນ​ດີ​ຮ່ວມ​ກັບ​ຈີນ​ວາງ​ແຜນ​ແລະ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ວິ​ໄສ​ທັດ​ໃໝ່. ​ໂດຍຜະ​ເຊີນ​ໜ້າ​ກັບ​ລັດທິ​ປົກ​ປ້ອງ​ການ​ຄ້າ​ທີ່​​ເກີດຂຶ້ນ​ໃໝ່ ຄວນປົກ​ປ້ອງ​​ໂຄງ​ປະກອບ​ການ​ຄ້າ​ເສລີ​ທີ່​ມີ​ອົງການ​ການ​ຄ້າ​ໂລກ​ເປັນ​ໃຈກາງ ​ແລະ​ແກ້​ໄຂ​ບັນຫາ​ການ​ຄ້າ​ໂດຍ​ອີງ​ຕາມ​ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ.

​ໃນ​ກອງ​ປະຊຸມ​ສົນທະນາ​ຄັ້ງນີ້, ​ເຈົ້າໜ້າ​ທີ່​ພາກສ່ວນ​ການ​ຕ່າງປະ​ເທດ ​ແລະ​ເສດຖະກິດ​ການ​ເງິນ​ຂອງ​ສອງ​ປະ​ເທດ ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​​ເຕັມ​ສ່ວນ​ ​ໂດຍ​ປິ່ນ​ອ້ອມ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ການ​ຮ່ວມ​ມື​ແລະ​ແລກປ່ຽນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ, ການ​ຮ່ວມ​ມື​ຝ່າຍ​ທີ 3 ຈີນ-ຍີ່ປຸ່ນ, ການ​ເຊື່ອມ​ໂຍງ​ເສດ​ຖະກິດ​ອາຊີ​ຕາ​ເວັນ​ອອກກັບ​ການ​ຮ່ວມ​ມືຫຼາຍຝ່າຍ ​ແລະ​ອື່ນໆ ​ແລະ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ໃນຫຼາຍດ້ານ.