ທະຫານ​ອັຟ​ກາ​ນີສະຖານ​​ໄດ້ສັງຫານກຸ່ມ IS 31 ຄົນ​
  2018-04-17 16:57:01  cri
ວັນ​ທີ 15 ​ເມສາ​ນີ້, ​ເຈົ້າ​ໜ້າ​ທີ່ອົງການ​ປົກຄອງ​ທ້ອງ​ຖິ່ນ​ອັຟ​ກາ​ນີສະຖານ​ໄດ້​ຢືນຢັນ​ວ່າ: ​ໃນ 48 ຊົ່ວ​ໂມງ​ຜ່ານ​ມາ, ທະຫານ​ປະ​ເທດ​ຕົນ​ໄດ້​ສັງຫານ​ຜູ້​ປະກອບ​ອາວຸດ​ກຸ່ມ IS ​ໃນ​​ເວລາ​ປະຕິບັດ​ການກວາດ​ລ້າງກຸ່ມ​ດັ່ງກ່າວ​ຢູ່​ພາກ​ເໜືອ​ງ​ແຂວງ​​ໂຈ​ສ​ຈານ ​ເຮັດ​ໃຫ້​ກຸ່ມ IS ​ເສ​ຍຊີວິດ 31 ຄົນ.

​​ໂຄສົກອົງການ​ປົກຄອງແຂວງ​ໂຈ​ສ​ຈານ​ກ່າວອີກ​ວ່າ: ກອງທັບ​ອັຟ​ກາ​ນີສະຖານ​ສົ່ງ​ທະຫານ​ອາກາດ ​ແລະ​ກອງຕີພິ​ເສດ​ເຂົ້າ​ບຸກ​ໂຈມ​ຕີ​ໃນ​ຄັ້ງ​ນີ້. ​ເຮັດ​ໃຫ້​ກຸ່ມ IS ​ເສຍ​ຊີວິດ​​ໃນ​ນີ້​ລວມທັງ​ຜູ້​ບັນຊາ​ການ 3 ຄົນ, ຜູ້​ປະກອບ​ອາວຸດ​ສັນຊາດຕ່າງປະ​ເທດ 3 ຄົນ ​ແລະ​ມີ​ຜູ້​​ໄດ້​ຮັບບາດ​ເຈັບ​ຢ່າງ​ໜ້ອຍ 16 ຄົນ.

​ໂຄສົກທ່ານນີ້​ກ່າວ​ຕື່ມ​ວ່າ: ປັດຈຸບັນ​ນີ້, ທະຫານ​ອັຟ​ກາ​ນີສະຖານ​ໄດ້​​ຢືດຄືນ​ແລ້ວ 5 ບ້ານ​ທີ່​ຖືກຄວບ​ຄຸມ​ໂດຍ​ກຸ່ມ IS ​ໃນ​ຜ່ານ​ມາ ​ແລະ​ການ​ປະຕິບັດ​ການກວາດ​ລ້າງ​ຍັງຈະ​ດຳເນີນ​​ໄປຢ່າງ​ຕໍ່​ເນື່ອງ.