ຣັດ​ເຊຍ​ຈະຍູ້ໜູນ​ວິ​ສາ​ຫະກິດ​ປະ​ເທດ​ຕົນ​ທີ່​ຖືກ​ອາ​ເມ​ລິ​ກາ​ຂວ້ຳ​ບາດ
  2018-04-18 15:16:31  cri

ຂ່າວສານ​ຕາ​ຕັສ ລາຍ​ງານ​ວ່າ ທ່ານ​ດີ​ມີ​ຕຣີ ​ເມັດ​ເວ​ເດັຟ ນາຍົກລັດຖະມົນຕີຣັດ​ເຊຍ ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ຄະນະ​ມົນຕີ​ສະຫະພັນ​ນັກທຸລະກິດ​ອຸດສາຫະກຳປະ​ເທດ​ຕົນ ຢູ່​ລັດ​ມົສກູ ​ໃນ​ວັນ​ທີ 17 ​ເມສາ​ນີ້ ​ໂດຍ​ກ່າວ​ວ່າ: ລັດຖະບານ​ຈະ​ຍູ້​ໜູນວິ​ສາ​ຫະກິດຣັດ​ເຊຍ​ທີ່​ຖືກ​ອາ​ເມ​ລິ​ກາ​ບັນຈຸ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຂວ້ຳ​ບາດ ​ເຊິ່ງສິ່ງ​ສຳຄັນທີ່​ສຸດ ກໍ​ຄື ຮັກສາ​ການ​ຜະລິດ ​ແລະ​ຕຳ​ແໜ່​ງວຽກ​ງານ​ຂອງ​ວິ​ສາ​ຫະກິດ ​ແລະ​ຫັນ​ປ່ຽນມາດ​ຕະການ​ຍູ້​ໜູນ​ເຫຼົ່ານີ້​ເປັນ​ມາດ​ຕະການ​ພັດທະນາ ​ເພື່ອ​ຊຸກຍູ້​ວິ​ສາ​ຫະກິດ​ຕ່າງໆ​ໃຫ້​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ.

ທ່ານ​ເມັດ​ເວ​ເດັຟ ກ່າວ​ຕື່ມ​ວ່າ: ລັດຖະບານ ​ແລະ​ວິ​ສາ​ຫະກິດຕ່າງໆ ຄວນ​ຄົ້ນຄວ້າ​ມາດ​ຕະການ​ຕ້ານ​ການ​ຂວ້ຳ​ບາດ​ຈາກ​ອາ​ເມ​ລິ​ກາ.

​ເມື່ອ​ບໍ່​ດົນ​ຜ່ານ​ມາ, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ໃຊ້​ມາດ​ຕະການ​ຂວ້ຳ​ບາດ​ຕໍ່​ບຸກຄົນ ​ແລະ ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ຂອງຣັດ​ເຊຍ ​ໂດຍ​ທ່ານ​ຊາຣາ ຊັນ​ເດິ​ສ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ ກ່າວ​ໃນ​ວັນ​ທີ 16 ​ເມສາ​ນີ້​ວ່າ: ອາ​ເມ​ລິ​ກາ​ພວມ​ພິຈາລະນາ​ໃຊ້​ມາດ​ຕະການ​ຂວ້ຳ​ບາດຕື່ມ​ຕໍ່ຣັດ​ເຊຍ ​ແລະ​ຈະ​ມີ​ການ​ຕົກລົງ​ທີ່​ກ່ຽວຂ້ອງ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ.