ຣັດ​ເຊຍສາມາດ​ສະກັດ​ກັ້ນການຫຼອນ​ໂຈມ​ຕີ​​ກໍ່​ການ​ຮ້າຍ​ລາຍ​ໜຶ່ງ
  2018-04-18 15:21:36  cri

ອົງການ​ຮັກສາ​ຄວາມ​ໝັ້ນຄົງ​ສະຫ​ະພັນຣັດ​ເຊຍ ຢືນຢັນ​ໃນ​ວັນ​ທີ 17 ​ເມສາ​ນີ້​ວ່າ: ​ເຈົ້າໜ້າ​ທີ່​ອົງການ​ຕົນ​ໄດ້​ສະ​ກັດ​ກັ້ນ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຕ່າງໆ ທີ່​ຖື​ເອົາ​ລັດ​ໂຕ​ສະ​ທົຟ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຣັດ​ເຊຍເປັນ​ເປົ້າ​ໝາຍ​ລາຍ​ໜຶ່ງ.

ທັງນີ້ ​ເວັບ​ໄຊ​ອົງການຮັກສາ​ຄວາມ​ໝັ້ນຄົງ​ສະຫະພັນຣັດ​ເຊຍ ​ໄດ້​ຖະ​ແຫຼງ​ໃນ​ວັນ​ດັ່ງກ່າວ​ວ່າ: ​ເຈົ້າໜ້າ​ທີ່​ອົງການ​ຕົນ​​ໄດ້ຄົ້ນພົບ ທັງມ້າງ​ກຸ່ມ​ແກ້ງໜຶ່ງ​ທີ່​ສະ​ໜັບສະ​ໜູນກຸ່ມຫົວ​ຮຸນ​ແຮງ IS, ກຸ່ມ​ແກ້ງ​ດັ່ງກ່າວ​ຮັບ​ການບົງ​ການ​ຈາກ​ກຸ່ມ IS ​ແລະ ວາງ​ອຸບາຍ​ກໍ່​ການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຕ່າງໆ ຢູ່​ລັດ​ໂຣສະ​ທົຟ ດ້ວຍ​ອາວຸດ​ປືນ ​ແລະ ລະ​ເບີດປະກອບ​ເອງ.

ຂ່າວ​ລາຍງານ​ຕື່ມ​ວ່າ: ​ເຈົ້າໜ້າ​ທີ່​ຈັບສະມາຊິກ​ກຸ່ມ​ແກ້ງ​ດັ່ງກ່າວ​ໄດ້ 3 ຄົນ ​ແລະ ກວດຍຶດ​ໄດ້​ອາວຸດ​ປືນ, ລູ​ກປືນ, ລະ​ເບີດປະກອບ​ເອງ, ອຸປະກອນ​ສື່ສານ ​ແລະ ​ເອກະສານ​ໂຄສະນາກຸ່ມ IS ​ເປັນຕົ້ນ ​​ແລະຫົວ​ໂປ່​ກຸ່ມ​ແກ້ງ​ໄດ້​ລະ​ເບີດ​ໂຕ​ຕາຍຂະນະ​ທີ່ຂັດ​ຂືນຕໍ່​ການ​ຈັບ​ກຸມ​ຂອງ​ເຈົ້າໜ້າ​ທີ່.