ສວນ​ສາ​ທາ​ລະ​ນະ​ສອງ​ແຫ່ງ​ຂອງ​ຈີນ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ເຄືອ​ຂ່າວຍ​ສວນ​ທໍ​ລະ​ນີ​ໂລກ
  2018-04-18 17:22:55  cri
ກອງ​ປະ​ຊຸມ​ຂອງ​​ກົມ​ບໍ​ລິ​ຫານ​ງານອົງ​ການ​ຢູ​ເນັ​ສ​ໂກຕົກ​ລົງ​ໃນ​ວັນ​ທີ 17 ເມ​ສາ​ນີ້, ອະ​ນຸ​ມັດ​ໃຫ້​ສວນ​ທໍ​ລະ​ນີ​ພູ​ຕ້າ​ເປຍ​ຊ່ານ​ຫວງ​ກ່າງ​ແລະ​ສວນ​ທໍ​ລະ​ນີ​ພູກວ່າງວູ້-ແມ່​ນ້ຳ​ໂນ້​ສວຍ​ຂອງ​ຈີນ​ເຂົ້າ​ໃນ​ບັນ​ຊີ ລາຍ​ຊື່​ເຄືອ​ຂ່າວຍ​ສວນ​ທໍ​ລະ​ນີ​ໂລກ​ຢ່າງ​ເປັນ​ທາງ​ການ.

ອົງ​ການ​ຢູ​ເສັນ​ໂກ ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 17 ເມ​ສາ​ນີ້​ວ່າ, ມໍ​ລະ​ດົກ​ທໍ​ລະ​ນີ 13 ແຫ່ງ​ຂອງ 11 ປະ​ເທດ​ເຊັ່ນ​ຈີນ, ​ແບນ​ຊິກ, ກາ​ນາ​ດາ, ແອັ​ສ​ປາຍ, ຝ​ຣັ່ງ, ອິນ​ໂດ​ເນ​ເຊຍ​ແລະ​ອື່ນໆ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີລາຍ​ຊື່​ເຄືອ​ຂ່າວຍ​ສວນ​ທໍ​ລະ​ນີ​ໂລກ, ໃນ​ນັ້ນ​ລວມ​ທັງ​ສວນ​ທໍ​ລະ​ນີ​ສອງ​ແຫ່ງ​ດັ່ງ​ກ່າວ. ຮອດ​ປັດ​ຈຸ​ບັນ, ສວນ​ທໍ​ລະ​ນີ​ທີ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ດັ່ງ​ກ່າວເພີ່ມ​ຂຶ້ນ​ເປັນ 140 ແຫ່ງ​ຈາກ 38 ປະ​ເທດ​ແລະ​ເຂດ​ແຄວ້ນ.