ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີສືບ​ສວນ​ຄວາມ​ເປັນ​ຈິງ​ຂອງ​ເຫດ​ການ​ອາ​ວຸດ​ເຄ​ມີ​ຢູ່​ຊີ​ຣີ​ໂດຍ​ໄວ
  2018-04-18 16:32:45  cri
    ວັນ​ທີ 16 ເມ​ສານີ້, ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ ໄດ້​ໄຂ​ກອງ​ປະ​ຊຸມ​ຢູ່​ລາ​ໄຮ​ຂອງ​ໂຮນ​ລັງ ເພື່ອ​ປຶກ​ສາ​ຫາ​ລື​ການ​ກ່າວ​ຟ້ອງ​ຊີ​ຣີ​ທີ່​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ, ຜູ້​ຕາງ​ໜ້າ​ຂອງ​ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ສືບ​ສວນ​ອົງ​ການ​ດັ່ງ​ກ່າວ​ຈົ່ງ​ສືບ​ສວນ​ຄວາມ​ເປັນ​ຈິງ​ຂອງ​ເຫດ​ການ​ໂດຍ​ໄວ​ເທົ່າທີ່​ຈະ​ໄວ​ໄດ້.

    ທ່ານ ຊູນ​ກິນ ຜູ້​ຕາງ​ໜ້າ​ຣັດ​ເຊຍ​ປະ​ຈຳ​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ ກ່າວ​ວ່າ, ການ​ກ່າວ​ຟ້ອງ​ລັດ​ຖະ​ບານ​ຊີ​ຣີ​ທີ່​ນຳ​ໃຊ້​ອາ​ວຸດ​ເຄ​ມີນັ້ນ ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ຢ່າງ​ມີ​ແຜນ​ການ, ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອຫຼອກ​ລວງ​ປະ​ຊາ​ຄົມ​ໂລກ ແລະ​ຊອກ​ຫາ​ເຫດ​ຜົນ​ທີ່​ເປັນ​ທຳ​ໃຫ້​ແກ່​ການ​ກະ​ທຳ​ຮຸກ​ຮານ​. ແພດ​ທະ​ຫານ​ແລະ​ນັກ​ວິ​ຊາ​ການ​ປ້ອງ​ກັນ​ອາ​ວຸດ​ເຄ​ມີ​ຂອງ​ຣັດ​ເຊຍ ບໍ່​ໄດ້​ພົບ​ເຫັນ​ວີ​ແວວ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຢູ່​ເຂດ​ດູ​ມາ​ຂອງ​ຊີ​ຣີ ແລະ​ກໍ​ໄດ້​ພົບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ​ຂອງ​ອາ​ວຸດ​ເຄ​ມີ​ແຕ່​ຢ່າງ​ໃດ.