ຫຼັກການ​ປະ​ເທດ​ຈີນ​ດຽວ​ແມ່ນທາງ​ເລືອກ​ຂອງ​ປະຊາຊົນ​ທີ່​ບໍ່​ມີ​ຫຍັງ​ຂັດຂວາງ​ໄດ້
  2018-04-19 15:25:08  cri
​ໂດຍ​ແນ​ໃສ່​ເລື່ອງ​ທີ່ ​ໄຊ້ຢິ່ງ​ເຫ​ວິນ ຜູ້ນຳ​ເຂດ​ໄຕ້​ຫວັນ​ຈີນ ​ດຳ​ເນີນ​ອັນ​ທີ່​ວ່າ "ຢ້ຽມຢາມ" ປະ​ເທດ​ສະ​ວາ​ຊີ​ແລນ​ນັ້ນ, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນວັນ​ທີ 18 ​ເມສາ​ນີ້​ວ່າ: ​ໃນ​ໂລກ​ນີ້​ມີ​ປະ​ເທດ​ຈີນ​ພຽງ​ແຕ່​ປະ​ເທດ​ດຽວ, ໄຕ້​ຫວັນ​​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຈີນ​ທີ່ບໍ່​ສາມາດຕັດ​ແຍກອອກ​​ໄດ້ ​ແລະ​ລັດຖະບານ​ສາທາລະນະ​ປະຊາຊົນ​ຈີນ​ແມ່ນ​ລັດຖະບານ​ທີ່​ຊອບ​ດ້ວຍ​ກົດໝາຍ​ທີ່​ຕາງໜ້າ​ທົ່ວ​ປະ​ເທດ​ຈີນ​ພຽງ​ໜຶ່ງ​ດຽວ ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັບຮອງ​ຈາກມະຕິ​ຂອງ​ອົງການ​ສະຫະປະຊາ​ຊາດ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນຄວາມ​ຮັບ​ຮູ້​ທົ່ວ​ໄປ​ເກືອບ​ທຸກ​ປະ​ເທດ​​ໃນ​ທົ່ວໂລກ​​ອີກ​ດ້ວຍ. ປັດຈຸບັນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ອາ​ຟຣິກາ​​ໄດ້​ຮັກສາ​ທ່າ​ອ່ຽງການ​ພັດທະນາ​ທີ່​ດີ, ປະ​ເທດ​ກຳ​ບີ, ຊາວ​ໂຕ​ເມ​ແລະ​ພຣິນ​ຊິບກັບ​ຄືນ​​ສູ່ມະຫາ​ຄອບຄົວ​ການ​ຮ່ວມ​ມື​ດ້ວຍໄມຕີ​ຈິດ​ມິດຕະພາບ​ຈີນ-ອາ​ຟຣິກາ​ອີກຄັ້ງ ​ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ ຫຼັກການ​ປະ​ເທດ​ຈີນ​ດຽວແມ່ນ​ທາງ​ເລືອກ​ຂອງ​ປະຊາຊົນ ​ທີ່ບໍ່​ມີ​ຫຍັ​ງຈະສາມາດຂັດຂວາງ​ໄດ້​​ໂດຍເດັດຂາດ ພວກ​ຂ້າພະ​ເຈົ້າຫວັງ​ຢ່າງ​ຈິງ​ໃຈ​ວ່າ ປະ​ເທດ​ອາ​ຟຣິກາ​ທີ່​ກ່ຽວຂ້ອງ​ຈົ່ງຮັບ​ຮູ້​ທ່າ​ອ່ຽງຂະຫຍາຍຕົວ​ຂອງ​ໂລກ​ໃຫ້​ດີ ​ແລະ​ເຂົ້າຮ່ວມ​​ເປັນ​ສະມາຊິກ​ໃນມະຫາ​ຄອບຄົວການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດມິດຕະພາບຈີນ-ອາ​ຟຣິກາ​ໂດຍ​ໄວ.