IMF ເຕືອນ​ຄວາມ​ສ່ຽງ​ທາງການ​ເງິນ​ຂອງ​ໂລກ​ເພີ່ມ​ສູງ​ຂຶ້ນ
  2018-04-19 16:58:53  cri
ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ເຕືອນ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ, ເຖິ​ງວ່າ​ເງື່ອນ​ໄຂ​​ໂຍະ​ຍານ​ທາງການ​ເງິນ​ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ໄລ​ຍະ​ສັ້ນກໍ​ຕາມ, ແຕ່ຫາກ​​ປະ​ຕິ​ບັດນະ​ໂຍ​ບາຍ​ອັດ​ຕາ​ດອກ​ເບ້ຍຕ່ຳ​ເປັນ​ໄລ​ຍະ​ດົນ​ນານຈະ​ເຮັດ​ໃຫ້​ເສັ້ນ​ທາງ​ພັດ​ທະ​ນາ​ໃນ​ຕໍ່​ໜ້າ​ອາດ​ປະ​ສົບ​ການ​ສະ​ດຸດ​ແລະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເຕີບ​ໂຕ​​ຂອງເສດ​ຖະ​ກິດ.

IMF ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ຄວາມ​ໝັ້ນ​ທ່ຽງ​ການ​ເງິນ​ຂອງ​ໂລກປະ​ຈຳ 6 ເດືອນ" ໃນ​ວັນ​ທີ 18 ເມ​ສາ​ນີ້​ລະ​ບຸ​ວ່າ, ທຽບ​ໃສ່​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ​​ທີ່​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ປະ​ຈຳ 6 ເດືອນ​ສະ​ບັບ​ແລ້ວ​ນີ້, ຄວາມ​ສ່ຽງ​ການ​ເງິນ​ໄລ​ຍະ​ສັ້ນ​ຂອງ​ໂລກ​ໄດ້​ເພີ່ມ​ຂຶ້ນ​ອີກ​ໜ້ອຍ​ໜຶ່ງ, ຂະ​ນະ​ດຽວ​ກັນ​ຄວາມ​ສ່ຽງ​ການ​ເງິນ​ໄລ​ຍະ​ກາງ​ຍັງ​ຢູ່​ໃນ​ລະ​ດັບ​ສູງ​ໃນ​ຊຸດ​ປີ​ຜ່ານ​ມາ​ຄື​ເກົ່າ.

ສຳ​ລັບ​ຊັບ​ສິນ​ໃນ​ຮູບ​ດິ​ຈິ​ຕອນ​ໃນ​ຕະ​ຫຼາດ​ການ​ເງິນ, ອົງ​ການ IMF ເຫັນ​ວ່າ, ປັດ​ຈຸ​ບັນ​ຊັບ​ສິນ​ໃນ​ຮູບ​ດິ​ຈິ​ຕອນ​ຍັງ​ບໍ່​ໄດ້​ກໍ່​ຄວາມ​​ສ່ຽງ​ດ້ານ​ການ​ເງິນ, ແຕ່​ຖ້າ​ວ່າ​ໃຊ້​ຊັບ​ສິນ​ດັ່ງ​ກ່າວ​ນັບ​ມື້​ນັບ​ຫຼາ​ຍ​ຂຶ້ນ​ແລະ​ບໍ່​ມີ​ມາດ​ຕະ​ການ​​ຮັບ​ມື​ປ້ອງ​ກັນ​ທີ່​ເໝາະ​ສົມ, ກໍ​ຈະ​ເພີ່ມ​ຄວາມ​ສ່ຽງ​ການ​ເງິນໄດ້​ເຊັ່ນ​ກັນ.