ພິມ​ຈຳໜ່າຍປຶ້ມ​ສັງ​ຮວມ "ຄຳປາ​ໄສ​ທີ່​ສຳຄັນ​ຂອງ​ເວທີປຶ​ກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ​ຂອງ​ທ່ານ​ສີ​ຈິ້ນຜິ​ງ"
  2018-04-19 17:11:37  cri
​ຫວ່າງມໍ່ໆ​ມາ​ນີ້, ສຳນັກ​ພິມ​ຈຳໜ່າຍ​ພາ​ສາ​ຕ່າງປະ​ເທດ​ຈີນ​ໄດ້​ພິມ​​ປຶ້ມ "ຄຳ​ປາ​ໄສ​ທີ່ສຳຄັນ​ຂອງ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ" ສະບັບພາສາ​ຈີນ ​ແລະ​ພາສາ​ອັງກິດ ເພື່ອຈຳໜ່າຍທັງພາຍ​​ໃນ ​ແລະ​ຕ່າງປະ​ເທດ. ປຶ້ມນີ້​ໄດ້ບັນທຶກຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ​ໃນ​ພິທີ​ເປີດ ​ແລະ​ງານ​ລ້ຽງ​ຂອງ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ຈຳນວນ 11 ​ບົດ, ນອກຈາກ​ນີ້ ຍັງ​ປະກອບ​ເອກະສານ​ກ່ຽວ​ກັບໝາກຜົນສຳຄັນທີ່​ໄດ້​ຮັບ​ຈຳນວນ 2 ສະບັບ​ໃສ່​ເປັນ​ພາກ​ພະ​ໜວກ.