ທ່ານ​ທຣຳຢືນຢັນ​ວ່າ ຫົວໜ້າ​CIAອາ​ເມ​ລິ​ກາ​ໄດ້​​ໄປຢ້ຽມຢາມ​ ສປປ ​ເກົາຫຼີ​ໃນ​​ອາທິດຜ່ານ​ມາ
  2018-04-19 17:14:20  cri

ວັນ​ທີ 18 ​ເມສາ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ: ທ່ານ​​ໄມ​ຄ ປອມ​ເປ​ໂອ ຫົວໜ້າໜ່ວຍ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາCIA​ໄດ້​​ໄປ​ຢ້ຽມຢາມ ສປປ ​ເກົາຫຼີ​ໃນ​​ອາທິດຜ່ານ​ມາ ​ແລະ​ພົບ​ປະ​ກັບ​ທ່ານ​ກິ​ມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ.


ທ່ານ​​ເປີດ​ເຜີຍ​ຜ່ານ​ທາງ​ສື່​ສັງຄົມ​ອ໋ອນລາຍ​ວ່າ: ການ​ພົບ​ປະ​ລະຫວ່າງ​ທ່ານ​​ປອມ​ເປ​ໂອ ​ແລະ​ທ່ານ ກິມ​ເຈິ​ງອຸນ​ໄດ້​ດຳ​ເນີນ​ໄປ​ດ້ວຍ​, ສອງ​ຝ່າຍ​ໄດ້​ສ້າງສາ​ຍພົວພັນ​ທີ່​ດີຕໍ່​ກັນ. ທ່ານ​ກ່າວ​ຕື່ມ​ວ່າ: ​ແຜນການພົບປະລະ​ຫວ່າງ​ຕົນ​ເອງ​ກັບ​ທ່ານ​ກິມ​ເຈິ​ງອຸນກຳລັງ​ກຳນົດ​ຢູ່, ການ​ຫັນ​ສູ່​ການ​ປອດ​ນິວ​ເຄຼຍ​ແມ່ນ​​ເລື່ອງ​ທີ່​ດີ​ຕໍ່​ໂລກ ​ແລະ​ຕໍ່​ ສປປ ​ເກົາຫຼີ.