ພິທີ​ຖະ​ແຫຼ​ງຂ່າວງານ​ວາງສະ​ແດງສິນຄ້າ​ນຳ​ເຂົ້າສາກົນ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ບັງ​ກະລາ​​ເດັດ
  2018-04-20 15:47:17  cri
ວັນ​ທີ 19 ​ເມສາ​ນີ້, ພະ​ທີ​ຖະ​ແຫຼ​ງຂ່າວງານ​ວາງສະ​ແດງສິນຄ້ານຳ​ເຂົ້າ​ສາກົນ​ຈີນ​​ໄດ້​ຈັດ​ຂຶ້ນ​ໂດຍ​ສະຖານທູດ​ຈີນ​ປະຈຳ​ບັງ​ກະລາ​​ເດັດຢູ່​ນະຄອນຫຼວງ​ດາ​ກາ​ປະ​ເທດດັ່ງກ່າວ ​ເຊິ່ງມີ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ປະຈຳ​ບັງ​ກະລາ​​ເດັດ, ​ເຈົ້າ​ໜ້າ​ທີ່​​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ ​ແລະ​ສື່​ມວນ​ຊົນ​ບັງ​ກະລາ​ເດັດເຂົ້າ​ຮ່ວມ.

​ໃ​ນການ​ແລກປ່ຽນ​ຄວາມ​ເຫັນ​ໃນ​ເປື້ອງ​ຕົ້ນ, ຜູ້ຕາງໜ້າ​ຈາກກະຊວງ​ການ​ຄ້າ​, ກົມ​ສົ່ງ​ເສີມ​ການ​ສົ່ງ​ອອກ ​ແລະ​ອົງການ​ອື່ນໆ​ຂອງລັດຖະບານ ກໍ​ຄື ສະມາຄົມ​ການ​ຄ້າ​ ​ແລະ​ວິ​ສາ​ຫະກິດບັງ​ກະລາ​ເດັດ​ລ້ວນ​ສົນ​ໃຈ​ຕໍ່ງານ​ວາງສະ​ແດງສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ທີ່ຈະຈັດ​ຂຶ້ນ​ນີ້ ​ແລະ​ຫວັງ​ວ່າຈະສາມາດຊອກ​ພົບ​ໂອກາດ​ທາງການ​ຄ້າ​ໄດ້​ຫຼາຍ​ຂຶ້ນ​ຕື່ມ.

ງານ​ວາງສະ​​ແດງສິນຄ້ານຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​​ນະຄອນ​ຊຽງ​ໄຮ້​ແຕ່​ວັນ​ທີ 5 ຫາ​ວັນ​ທີ 10 ພະຈິກ 2018 ​ນີ້.