​ເຈົ້າ​ຊາຍ​​ອັງກິດ​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ປະ​ມຸກ​ລັດຂອງ​​ເຄືອ​ຈັກກະ​ພົບອັງກິດ
  2018-04-21 17:37:12  cri
ວັນ​ທີ 20 ​ເມສາ​ນີ້, ​ຜູ້ຕາງໜ້າ​​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມຫົວໜ້າ​ລັກ​ຖະບານ​ເຄືອຈັກກະ​ພົບອັງກິດ​ໄດ້​ອະນຸມັດ​ໃຫ້​ທ່ານ ​ເຈົ້າ​ຊາຍ​ຊາ​ເລັສເປັນ​ປະ​ມຸກ​ລັດ​​ເຄືອ​ຈັກກະ​ພົບ​ອັງກິດ​ຊຸດ​ໜ້າ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ມື້​ດັ່ງກ່າວ​ວ່າ: ​ເຈົ້າ​ຊາຍຊາ​ເລັສ​ຈະ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະ​ມຸກ​ລັດຂອງ​ເຄືອ​ຈັກກະ​ພົບອັງ​ກິດ​ຊຸດ​ໜ້າ. ທຸກປະ​ເທດສະມາຊິກ​ຂອງ​​ເຄືອ​ຈັກກະ​ພົບ​ອັງກິດຮູ້ສຶກ​ພໍ​ໃຈ​ຕໍ່​ການ​ນຳ​ຂອງປະມຸກ​ລັດ​ຄົນ​ປັດຈຸບັນ​ຄື​ທ່ານ​ນາງ​ອິລີ​ຊະ​ເບັສ ລັດຊະການທີ​ສອງ ພະ​ລາຊີນີ​ອັງກິດ. ​ແຕ່ຖະ​ແຫຼ​ງການ​ດັ່ງກ່າວ​ບໍ່​ໄດ້​ເປີດ​ເຜີຍວ່າ ​​ເຈົ້າ​ຊາຍ​ຊາ​ເລັສຈະ​ດຳ​ລົງ​ຕຳ​ແໜ່​ງດັ່ງກ່າວໃນ​​ເວລາ​ໃດ.

ປັດຈຸ​ບັນ​ນີ້, ​ເຄືອ​ຈັກກະ​ພົບ​ອັງກິດມີ​ປະ​ເທດສະ​ມາ​ຊິກ 53 ປະ​ເທດ, ສ່ວນ​ຫຼາຍ​ແມ່ນອະ​ດີດ​ປະ​ເທດ​ເມືອງ​ຂຶ້ນ ຫຼື ອະ​ດີດປະ​ເທດ​ບໍລິວານຂອງ​ອັງ​ກິດ. ກອງປະຊຸມ​ຫົວໜ້າ​ລັດຖະບານ​ເຄືອ​ຈັກກະ​ພົບ​ອັງກິດ​ໄດ້​ຈັດ​ຂຶ້ນ​ຢູ່ວັງ​ບູກິ​ງຮາມ​ນະຄອນຫຼວງ​ລອນ​ດອນ​​ໃນ​ວັນ​ທີ 19 ​ເມສາ​ນີ້. ທ່ານ​ນາງ​ອີ​ລີ​ຊະ​ເບັສ ລັດຊະການທີ​ສອງ​ໄດ້​ກ່າວ​ໃນ​ພິທີ​ເປີດ​ວ່າ: ຫວັງ​ຢາກໃຫ້​​ເ​ຈົ້າຊາຍ​ຊາ​ເລັສ ລູກ​ຊາຍ​ກົກ​ຂອງ​​ຕົນ​ເປັນ​ປະ​ມຸກ​ລັດ​ເຄືອ​ຈັກກະ​ພົບ​ອັງກິດ​ແທນ​ຕົນ​ເອງ.