ເປີດ​ການ​ລອງ​ຂີ່ລົດ​ເມ​ທຸ​ລະ​ກິດບໍ່​ມີ​ຄົນ​ຂັບ​​ລຸ້ນ​ທຳ​ອິດ​ຂອງ​ຈີນ
  2018-04-23 11:23:46  cri

ວັນ​ທີ 22 ເມ​ສາ​ນີ້, ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ສາ​ກົນ​ໄຫ​ເຊຍ​ຟູ​ໂຈ່ວ ເຊິ່ງ​ເປັນ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ການ​ກໍ່​ສ້າງດິ​ຈິຕອນ​ຈີນ​ຄັ້ງ​ທຳ​ອິດ, ລົດ​ເມ​ທຸ​ລະ​ກິດ​ບໍ່​ມີ​ຄົນ​ຂັບລຸ້ນ​ທຳ​ອິດ​ຂອງ​ຈີນ​ທີ່​ມີ​ຊື່​ວ່າ "Apolong" ໄດ້​ເປີດ​ໃຫ້​ປະ​ຊາ​ຊົນ​ລອງ​ຂີ່ ເຊິ່ງ​ເປັນ​ເທື່​ອ​ທຳ​ອິດ​ທີ່​ລົດ​ບໍ່​ມີ​ຄົນ​ຂັບລຸ້ນ L4 (ຂັບ​ຂີ່​ແບບ​ອັດ​ຕະ​ໂນ​ມັດ​ ​ລະ​ດັບ​ສູງ​ພາຍ​ໃຕ້​ສະ​ພາບ​ແວ​ດ​ລ້ອມ​ພິ​ເສດ) ​ຂອງ​ຈີນ​ທີ່​ໄດ້​ເປີດ​ໃຫ້​​ມວນ​ຊົນ​ລອງ​ຂີ່. ຄາດ​ວ່າ ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສຸດຍອດ​ການ​ກໍ່​ສ້າງດິ​ຈິ​ຕອນ​​ຈີນຄັ້ງ​ທຳ​ອິດ​ຈະ​ມີ​ຊາວ​ເມືອງ​ຟູ​ໂຈ່ວ ​ພັນກວ່າ​ຄົນ​ໂຊກ​ດີ​ມີ​ໂອ​ກາດ​ລອງ​ຂີ່​ລົດ​ເມ​ດັ່ງ​ກ່າວ.

1  2  3  4  5