ທ່ານ​ສີ​ຈິ້ນ​ຜິງສົ່ງ​ຈົດ​ໝາຍ​ຊົມ​ເຊີຍ​ເຖິງ​ການ​ເປີດກອງ​ປະ​ຊຸມ​ສຸດຍອດຈີນດິ​ຈິ​ຕອ​ນ​ຄັ້ງ​ທຳ​ອິດ
  2018-04-23 15:28:53  cri
ກອງ​ປະ​ຊຸມ​ສຸດຍອດ​ຈີນ​ດິ​ຈິ​ຕອນ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຟູ​ໂຈ່ວ ແຂວງ​ຟູ​ຈ້ຽນ ແຫ່ງສ​ປ ຈີນ​ໃນ​ວັນ​ທີ 22 ເມ​ສາ​ນີ້​ໂດຍ​ເນັ້ນ​ຫົວ​ຂໍ້ "ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ເລັ່ງ​ລັດ​ກໍ່​ສ້າງ​ຈີນ​ດິ​ຈິຕອນ" ​ໂດຍ​ຜູ້​ຊີ້​ນຳ​ພາກ​ສ່ວນ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ຂອງ​ບັນ​ດາ​ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງ, ກຳ​ແພງ​ນະ​ຄອນ, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຂະ​ແໜງ​ການ, ຜູ້​ຕາງ​ໜ້າ​ວົງ​ການ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ, ຊ່ຽວ​ຊານ, ນັກ​ວິ​ຊາ​ການ​ແລະ​ຜູ້​ຕາງ​ໜ້າ​ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິ​ລວມ​ປະ​ມານ 800 ຄົນ​ເຂົ້າ​ຮ່ວມ.

ໂອ​ກາດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ຈົດ​ໝາຍ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ການ​ເປີດກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ທັງ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ບຸກ​ຄົນ​ຈາກ​ວົງ​ການ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ຈົດ​ໝາຍ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ໝາກ​ຜົນ​ຫຼ້າ​ສຸດ​ໃນ​ດ້ານ​ວຽກ​ງານ​ບໍ​ລິ​ຫານ​ເອ​​ເລັກ​ໂຕ​ຣ​ນິກ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຂອງ​ຈີນ, ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຈີນ​ດິ​ຈິ​ຕອນ​ແລະ ທ້ອນ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຕື່ມ​ອີກ,​ຈະ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ຫ້າວ​ຫັນ, ຄວາມ​ເປັນ​ເຈົ້າ​ການ​ແລະ​ການ​ປະ​ດິດ​ສ້າງ​ຂອງວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ໃນ​ການ​ກໍ່​ສ້າງ​ຈີນດິ​ຈິ​ຕອນ ເພື່ອ​ຊຸກ​ຍູ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສັງ​ຄົມ​ແລະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ໃຫ້​ດີກວ່າ​ເກົ່າ.