ປິດ​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 8
  2018-04-23 15:34:16  cri
ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ວັນ​ໄດ້​ອັດ​ລົງໃນ​ວັນ​ທີ 22 ເມ​ສາ​ນີ້ ເຊິ່ງ​ງານ​ຮູບ​ເງົາ​ຄັ້ງ​ນີ້​ໄດ້​ມີ​ຜູ້​ປະ​ກອບ​ການ​ຮູບ​ເງົາ​ຈີນ​ດີ​ເດັ່ນ​ຈາກ​ມາ​ເລ​ເຊຍ,ສິງ​ກະ​ໂປ,ອາ​ເມ​ລິ​ກາ,ຝ​ຣັ່ງ​ຮວມ​ເຖິງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ,ໂດຍ​ສາ​ມາດ​ຮັບ​ສະ​ໝັກໂຄງ​ການ​ລົງ​ທຶນ​ເພື່ອ​ປະ​ກອບ​ທຸ​ລະ​ກິດ​ໃນ​ຕະຫຼາດ​ຮູບ​ເງົາ​ທັງ​ໝົດ 722 ໂຄງ​ການ, ບໍ່​ພຽງ​ແຕ່​ສ້າງ​ສະ​ຖິ​ຕິ​ໃນ​ດ້ານ​ປະ​ລິ​ມານ​ການ​ສະ​ໝັກ​ເທົ່າ​ນັ້ນ, ຍັງ​​ໄດ້​ສ້າງ​ຊື່​ສຽງ​ແລະ​ອິດ​ທິ​ພົນ​​ໃນ​ວົງ​ການ​ຮູບ​ເງົາ​ໃຫ້ສູງ​ຂຶ້ນ​ຕື່ມ​ອີກ.

ໃນ​ດ້ານ​ການ​ຮ່ວມ​ມື​ສາ​ກົນ, ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ໄດ້​ຕອບ​ຮັບ​​ຂໍ້ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ໂດຍ​​ບໍ​ລິ​ສັດ​ຈີນ​ໄດ້ເຊັນ​ໂຄງ​ການ​ຖ່າຍ​ທຳ​ຮູບ​ເງົາ​ຮ່ວມ​ກັບ​ຝ​ຣັ່ງ,ແອັ​ສ​ປາຍ,ອູ​ແກຼນ​ແລະ​ປະ​ເທດ​ອື່ນໆ​ໃນ​ງານ​ຄັ້ງ​ນີ້.
ອັດ​ຕາ​ຜູ້​ຊົມ​ຮູບ​ເງົາ​​ທີ່ສາຍ​ໃນ​ງານ​ຮູບ​ເງົາ​ປີ​ນີ້​ບັນ​ລຸ​ເຖິງ 71,33%,ເຊິ່ງ​ສ່ອງ​ແສງ​ໃຫ້ເຫັນ​ວ່າ ຜູ້​ຊົມ​ມີຄວາມ​ຕ້ອງ​ການ​ເບິ່ງ​ຮູບ​ເງົາ​ສິ​ລະ​ປະ​ໃນ​ອັດ​ຕາ​ສູງ ທັງ​ສ່ອງ​​ແສງ​ເຖິງ​ທ່າ​ອ່ຽງ​ການ​ບໍ​ລິ​ໂພກ​ຮູບ​ເງົາ​ຂອງ​ຈີນ​ໃນຫຼາກຫຼາຍ​ຮູບແບບ​ຂຶ້ນ​ຕື່ມ. ໃນ​ໄລ​ຍະ 8 ປີ​ທີ່​ຈັດ​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຜ່ານ​ມາ, ມູນ​ຄ່າ​ສັນ​ຍາ​ຕະຫຼາດ​ຮູບ​ເງົາ​ໄດ້​ບັນ​ລຸ​ເຖິງ 101 ຕື້ 36 ລ້ານຢວນ ແລະ​ໂຄງ​ການ​ສັນ​ຍາ​ໄດ້​ກວມ​​ທົ່ວ​ທຸກຂະ​ແໜງ​ການ​ຮູບ​ເງົາ.