ຈີນ​ຈະ​ເປີດ​ຕົວ​ອຸປະກອນ​ເອ​ເລັກ​ໂຕຣນິກ​ເຄື່ອນ​ທີ່​ລະບົບ 5G ​ໃນ​ປີໜ້າ
  2018-04-23 16:26:10  cri

​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ​​ດິຈິ​ຕອນ​ຄັ້ງທຳ​ອິດ ທີ່​ຈັດ​ຂຶ້ນຢູ່​ນະຄອນ​ຝູ​ໂຈ່​ວ ​ແຂວງ​ຝູຈ້ຽນ ​ໃນ​ວັນ​ທີ 22 ​ເມສາ​ນີ້, ທ່ານ​ເຫ​ວິນ​ຄູ້ ຫົວໜ້າ​ກົມ​ພັດທະນາ​ຂໍ້​ມູນ​ຂ່າວສານ-ການ​ສື່ສານ ກະຊວງອຸດສາຫະກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຈີນ ​ໄດ້​ປະກາດ "ຕາລາງ​ເວລາ" ການ​ພັດທະນາ​ເຕັກນິກ​ການ​ສື່ສານ​ຮຸ່ນ​ທີ 5 ຫຼື 5G ຂອງ​ຈີນ ​ໃນ​ນັ້ນ, ອຸປະກອນ​ເອ​ເລັກ​ໂຕຣນິກ​ເຄື່ອນ​ທີ່ 5G ລຸ້ນຕົ້ນ​ແບບຈະ​ເປີດ​ຕົວ​​ໃຫ້ໄວ​ສຸດ​ໃນ​ໄລຍະ 6 ​ເດືອນ​ທ້າຍ​ປີໜ້າ.

ສຳລັບ "ຕາລາງ​ເວລາ" ການ​ນຳ​ໃຊ້ 5G, ທ່ານ​ເຫ​ວິນ​ຄູ້ ກ່າວ​ວ່າ: ຈີນ​ໄດ້​ເລີ່​ມຄົ້ນຄວ້າ ​ແລະ ທົດ​ລອງ​ເຕັກນິກ 5G ​​ເມື່ອ​ຕົ້ນປີ 2016 ​ແລະ ຊຸກຍູ້​ການ​ພັດທະນາ​ອຸດສາຫະກຳ 5G ​ໂດຍ​ແບ່ງ​ເປັນ​ໄລຍະ ​ແລະ​ມີ​ລະບຽບ. ຂະນະ​ທີ່​ປັດຈຸບັນ ​ພວມຢູ່​ໃນໄລຍະຄົ້ນຄວ້າ​ພັດທະນາອຸປະກອນ 5G ທີ່​ສຳຄັນ​ທີ່​ສຸດ ​ແລະ​ຕ້ອງ​ເຕົ້າ​ໂຮມ​ຊັບພະຍາກອນ​ໃນ​ຂະ​ແໜງ​ການ​ເພື່ອ​ສຳ​ເລັດ​ກາ​ນພັດທະນາ ສ່ວນ​ອຸປະກອນ​ເອ​ເລັກ​ໂຕຣນິກ​ເຄື່ອນ​ທີ່​ລະບົບ 5G ທີ່​ນຳ​ໃຊ້​ສາທິດ ​ໄວ​ສຸດຈະ​ເປີດ​ຕົວ​ໃນ 6 ​ເດືອນ​ທ້າຍ​ປີໜ້າ. ຈີນ​ມີ​ແຜນການ​ຈະ​ສ້າງ​​ລະບົບ 5G ທີ່​ສາມາດ​ປະກອບ​ເປັນ​ເຄືອ​ຂ່າຍ​ເອກະລາດ​ໃນອັດຕາ​ຄວາມ​ຖີ່​ລະດັບ​ກາງ ​​ເພື່ອ​ສະໜັບສະໜູນ​ການ​ປະຍຸກ​ໃຊ້​ຂອງ​ຂະ​ແໜງ​ການ​ສາຍຕັ້ງ ​ເຊັ່ນ ​ເຄືອ​ຂ່າຍອິນ​ເຕີ​ເນັດ​ອຸດສາຫະກຳ ​ໃຫ້ມີ​ປະສິດທິ​ຜົນສູ​ງ ​ແລະ​ມີ​ພື້ນ​ທີ່ປົກ​ຄຸມ​​ຢ່າງທົ່ວ​ເຖິງ.