ຈີນ​ຈະ​ເລືອກ​ນັກ​ບິນ​ອາ​ວະ​ກາດ​ສຳ​ຮອງກຸ່ມ​ທີ 3 ປະ​ມານ 18 ຄົນ
  2018-04-23 15:58:18  cri
ວຽກ​ງານ​ຄັດ​ເລືອກ​ນັກ​ບິນ​ອາ​ວະ​ກາດ​ສຳ​ຮອງ​ກຸ່ມທີ 3 ຂອງ​ຈີນ​ໄດ້​ເລີ່ມ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ເມ​ສາ​ນີ້.

ທ່ານ ຢາງ​ລີ້​ເຫວີຍ ຫົວ​ໜ້າ​ຫ້ອງ​ການ​ໂຄງ​ການ​ການ​ບິນ​ອາ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຈີນ​ກ່າວ​ວ່າ: ຈຳ​ນວນ​ນັກ​ບິນ​ອາ​ວະ​ກາດ​ທີ່​ຈະ​ຄັ​ດ​ເລືອກ​ໃນ​ຄັ້ງ​ນີ້​ອາດ​ຈະ​ແມ່ນ 17 ຫຼື 18 ຄົນ, ຫຼັງ​ຈາກ​ສຳ​ເລັດ​ການ​ຝຶກ​ຊ້ອມ​ແລ້ວ​ຈະ​ເຂົ້າ​ຮ່ວມ​ໜ້າ​ທີ່​ການ​ບິນ​ຂອ​ງ​ສະ​ຖາ​ນີ​ອາວະ​ກາດ​ຂອງ​ຈີນ.

ປີ 1998 ແລະ ປີ 2010, ຈີນ​ໄດ້​ເລືອກ​ນັກ​ບິນ​ອາວະ​ກາດ​ສອງກຸ່ມຈາກ​ນັກ​ບິນ​ທີ່​ດີ​ເດັ່ນ​ຂອງກອງ​ທັບ​ອາ​ກາດ​ຕາມ​ລຳ​ດັບ​ລວມ 21 ຄົນ.