ທ່ານ​ສີ​ຈິ້ນຜິ​ງຈະ​ຈັດການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ກັບ​ທ່ານ​ໂມ​ດີ
  2018-04-23 16:12:38  cri
ວັນ​ທີ 22 ​ເມສາ​ນີ້, ທ່ານ​ວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ, ທັງ​ເປັນລັດຖະມົນຕີກະຊວງ​ການ​ຕ່າງປະ​ເທ​ດຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສຸສມາ ສິວາຣັກ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍທີ່​ໄດ້ມາຢ້ຽມຢາມ​ເຮັດ​ວຽກ​ຢູ່​ປະ​ເທດຈີນ​ ​ແລະ​ປະກາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ໂດຍ​ຜ່ານ​ການ​ເຈລະຈາ​ລະຫວ່າງ​ຈີນ-ອິນ​ເດຍ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ກັບ​ທ່ານ​ນາ​ເຣນດຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍຢູ່​ເມືອງ​ຫວູຮ້ານ​ແຂວງ​ຮູ​ເປີ​ຍ​ແຕ່​ວັນ​ທີ 27 ຫາ​ວັນ​ທີ 28 ​ເມສາ​ນີ້.