ຊາວ​ອົບ​ພະຍົບຜິ​ດກົດໝາຍ 11 ຄົນຈົມ​ນ້ຳຕາຍ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ລີ​ບີ
  2018-04-23 16:14:07  cri
ວັນ​ທີ 22 ​ເມສາ​ນີ້, ກອງທັບ​ເຮືອ​ລີ​ບີ​ໄດ້​ຄົ້ນຫາ​ສົບ​ຊາວ​ອົບ​ພະຍົບຜິດ​ກົດໝາຍ 11 ຄົນ ​ແລະ​ຊ່ວຍ​ຊາວ​ອົບ​ພະຍົບຜິດ​ກົດໝາຍອີກ 83 ຄົນ​ຢູ່​ເຂດ​ທະ​ເລ​ໃກ້ກັບ​ເມືອງ​ສັບ​ຣາທາ.

ທ່ານ​ອະ​ຢົບ ຂະ​ສີມ ​ໂຄສົກ​ກອງທັບ​ເຮືອ​ລີ​ບີ​ໃຫ້​ສຳພາດ​ຂ່າວ​​ໃນ​ມື້​ດຽວ​ກັນ​ວ່າ: ​ເຮືອຢາງ​ຂອງ​ຊາວ​ອົບ​ພະຍົບ 94 ຄົນ​​ເຫຼົ່າ​ນີ້​ໄດ້​ເກີດ​ອຸບັດ​ເຫດ​ຢູ່​ເຂດທະ​ເລ​ທີ່​ຫ່າງ​ຈາກ​​ເມືອງ​ສັບຣາທາ​ໄປ​ທາງ​ທິດ​ເໜືອ 8 ກິ​ໂລ​ແມັດ. ​ຈົນ​ຖືກ​ກອງ​ທັບ​ເຮືອລາດຕະ​ເວນ​ຂອງ​ລີບີພົບ​ເຫັນ ​ແລະ​ເຂົ້າຊ່ວຍ​ເຫຼືອ. ຜູ້​ເສຍ​ຊີວິດ 11 ຄົນ​ອາດ​ຕາຍຍ້ອນລອຍ​ນ້ຳບໍ່​ເປັນ ຫຼື ລອຍ​ບໍ່​ເຖິງ​ຝັ່ງ​ທະ​ເລ, ຊາວ​ອົບ​ພະຍົບຜິດ​ກົດໝາຍທີ່​ຖື​ກຊ່ວຍ​ເຫຼືອ​ລ້ວນ​ແຕ່​ມາ​ຈາກ​ປະ​ເທດ​​ໃນທະວີບອາ​ຟຣິກາ ​ແລະ​ປັດຈຸ​ບັນໄດ້​ສົ່ງຕົວ​ໃຫ້​ສູນ​ຮັບ​ຊາວ​ອົບ​ພະຍົບ​ເມືອງ​ຈາ​ວີ​ຢາ​ແລ້ວ.