ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້ ຍອດ​ມູນ​ຄ່າ​ສິນ​ຄ້າ​ຈໍ​ລະ​ຈອນ​ໃນ​ສັ​ງ​ຄົມ​ຈີນບັນ​ລຸ 62.400 ຕື້ຢວນ
  2018-04-24 16:44:53  cri
ວັນ​ທີ 24 ເມ​ສາ​ນີ້, ສະ​ຫະ​ພັນ​ຈໍ​ລະ​ຈອນ​ສິນ​ຄ້າ​ແລະ​ການ​ຈັດ​ຊື້​ຈີນ​ເປີດ​ເຜີຍຂໍ້​ມູນຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ສິ​ນ​ຄ້າ​ຈໍ​ລະ​ຈອນ​ໃນ​ສັງ​ຄົມ​ຈີນ​ບັນ​ລຸ 62.400 ຕື້ຢວນ ເພີ່ມ​ຂຶ້ນ 7,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ​ຈັງ​ຫວະ​ການ​ເຕີບ​ໂຕ​ໄດ້​​ສູງ​ຂຶ້ນ 0,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ກາຍ ແລະ​ເພີ່ມ​ຂຶ້ນ 0,5% ເມື່ອ​ທຽບ​ໃສ່​ໝົດ​ປີ​ຂອງ​ປີກາຍ​ນີ້.

ນັກ​ວິ​ເຄາະ​ຈາກ​ສູນ​ຂໍ້​ມູນ​ຂ່າວ​ສານ​ຈໍ​ລະ​ຈ​ອນ​ສິນ​ຄ້າ​ຈີນ​ເປີດ​ເຜີຍ​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຈີນ​ໄດ້​ມີ​ເງື່ອນ​ໄຂ​ແລະ​ປັດ​ໄຈ​ເອື້ອ​ອຳ​ນວຍ​ຫຼາຍ​ຂຶ້ນ​ເພື່ອ​ຂະ​ຫຍາຍ​ຕົວ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ຕະ​ຫຼາດ​ຈໍ​ລະ​ຈອນ​ສິນ​ຄ້າ​ກໍ​ເປີດກວ້າງ​ອອກ​ຢ່າງ​ຕໍ່​ເນື່ອງ​ໂດຍ​ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​​ອ່າວໄວ. ຍອດ​ລາຍ​ໄດ້​ຂອງ​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ໃນ​ໄຕ​ມາດ​ທີ​ໜຶ່ງ​ບັນ​ລຸ​ເຖິງ 2.100 ຕື້ຢວນ,ເພີ່ມ​ຂຶ້ນ 8,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.