ລົດ​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ​ຈີນ​ເກີດ​ອຸ​ບັດ​ເຫດ​ຮ້າຍ​ແຮງ​ຢູ່ ສ​ປ​ປ ເກົາ​ຫຼີ
  2018-04-24 11:21:35  cri
ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 23 ເມ​ສາ​ນີ້​ວ່າ, ຕອນ​ຄ່ຳ​ວັນ​ທີ 22 ເມ​ສາ​ນີ້, ຢູ່​​ແຂວງ​ຮວງ​ໄຮ​ເໜືອຂອງ ສ​ປ​ປ ເກົາ​ຫຼີ ໄດ້​ເກີດ​ອຸ​ບັດ​ເຫດທາງ​ລົດ​ທີ່​ຮ້າຍ​ແຮງ​ລາຍ​ໜຶ່ງ ເປັນ​ເຫດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ຮັບ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ. ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ, ອຸ​ບັດ​ເຫດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ 32 ຄົນ ແລະ ພະ​ນັກ​ງານ​ຂອງ ສ​ປ​ປ ເກົາ​ຫຼີ 4 ຄົນ​ເສຍ​ຊີ​ວິດ, ນັກ​ທ່ອງ​ທ່ຽວ​ຈີນ 2 ຄົນ​ບາດ​ເຈັບ​ສາ​ຫັດ. ຕອນ​ທ່ຽງ​ວັນ​ທີ 23 ເມ​ສາ​ນີ້, ຈີນ​ໄດ້​ສົ່ງ​ໜ່ວຍ​ງານທີ່​ກ່ຽວ​ຂ້ອງ​ແລະ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ປິ່ນ​ປົວ​ໄປ ສ​ປ​ປ ເກົາ​ຫຼີ ຢ່າງ​ສຸກ​ເສີນ ເພື່ອ​ຮ່ວມ​ກັບ ສ​ປ​ປ ເກົາ​ຫຼີ ດຳ​ເນີນ​ການ​ປິ່ນ​ປົວ​ແລະ​​ເຮັດວຽກ​ງານ​ອື່ນໆທີ່​ກ່ຽວ​ຂ້ອງ.

ທ່ານ ລູ້​ຄ່າງ ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມືອງ​ຈີນ​ຢູ່​ຕ່າງ​ປະ​ເທດ​ມາ​ໂດຍ​ຕະ​ຫຼອດ. ຫຼັງ​ຈາກ​ເກີດ​ເຫດ​ແລ້ວ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ສະ​ຖາ​ນ​ທູດ​ຈີນ​ປະ​ຈຳ ສ​ປ​ປ ເກົາ​ຫຼີ ໄດ້​ດຳ​ເນີນ​ກົນ​ໄກ​ພາ​ວະ​ສຸກ​ເສີນ​ໃນ​ທັນ​​ທີ, ຈີນ​ຈະ​ຮັກ​ສາ​ການ​ຕິດ​ຕໍ່​ແລະ​​ປະ​ສານ​ງານ​ກັບ ສ​ປ​ປ ເກົາ​ຫຼີ ຢ່າງ​ໃກ້​ຊິດ​ເພື່ອ​ແກ້​ໄຂ​ທຸກ​ບັນ​ຫາ​ພາຍ​ຫຼັງ​ເຫດ​ໃຫ້​ດີ​ຂຶ້ນ.