ຕະ​ຫຼາດ​ລິ​ຂະ​ສິດ​ທາງ​ອິນ​ເຕີ​ເນັດ​ຈີນ​ປີ 2017 ບັນ​ລຸ​ມູນ​ຄ່າ​ຫຼາຍກວ່າ 600 ຕື້ຢວນ
  2018-04-24 16:16:39  cri
ຕາມ​ຂ່າວCRI: ວັນ​ທີ 23 ເມ​ສາ​ນີ້, ສູນ​ຄົ້ນ​ຄວ້າ​ອຸດ​ສາ​ຫະ​ກຳ​ລິ​ຂະ​ສິດ​ທາງ​ອິນ​ເຕີ​ເນັດ​ຂອງອົງ​ການ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລິ​ຂະ​ສິດ​ທາງ​ອິນ​ເຕີ​ເນັດ​ຈີນ 2018 ​ຢູ່​ປັກກິ່ງ. ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ຕາມ​ການ​​ຄິດ​ໄລ່​, ປີ 2017, ຕະ​ຫຼາດ​ອຸດ​ສາ​ຫະ​ກຳ​ລິ​ຂະ​ສິດ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​​ບັນ​ລຸ​ມູ​ນ​ຄ່າ​ເຖິງ 636,5 ຕື້ຢວນ, ໄດ້​ເພີ່ມ​ຂຶ້ນ 27,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ໃນ​ນັ້ນ, ຍອດ​ເງິນ​ຈາກ​ການ​ຈ່າຍ​ຄ່າ​​ລິ​ຂະ​ສິດ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ລິ​ຂະ​ສິດ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ບັນ​ລຸ​​ມູນ​ຄ່າ​ເຖິງ 318,4 ຕື້ຢວນ, ກວມຫຼາຍກວ່າ 50%.

ບົດ​ລາຍ​ງານ​ຍັງ​ໄດ້​ກ່າວ​ເຖິງ​ສິ່ງ​ທ້າ​ທາຍ​ຂອງອຸດ​ສາ​ຫະ​ກຳ​ລິ​ຂະ​ສິດ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ກໍ່​ຄື​ການ​ຜະ​ເຊີນ​ສະ​ພາ​ວະ​ຜົນ​ກຳ​ໄລ​ຫຼຸດ​ລົງ. ສະ​ນັ້ນ, ​ຄວນ​ຖື​ເອົາການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ຕະ​ຫຼາດ​ບໍ​ລິ​ໂພກ​​ເປັນ​ຈຸດ​ສຸມ​ຂອງ​ການ​ແຂ່ງ​ຂັນ​ໃນ​ອະ​ນາ​ຄົດ.