ຈີນ​ຈະ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຕື່ມ​ອີກ
  2018-04-24 17:07:31  cri
ວັນ​ທີ 24 ເມ​ສາ​ນີ້, ທ່ານ ເຊີ່ນ​ຊາງ​ຢູ ຫົວ​ໜ້າ​​ອົງ​ການ​ຊັ​ບ​ສິນ​ທາງ​ປັນ​ຍາ​​ແຫ່ງ​ຊາດຈີນ​ໄດ້​ກ່າວ​ຢູ່​ປັກ​ກິ່ງວ່າ, ຈີນ​ຈະ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຕື່ມ​ອີກ ເພື່ອ​ເປັນ​ກາ​ນ​ຮັບ​ປະ​ກັນ​ທາງ​ກົດ​ໝາຍ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ຕໍ່​ກຸ່ມ​ປະ​ດິດ​ສ້າງ​ໃໝ່​ແລະ​ກຸ່ມ​ຕະ​ຫຼາດ.

ທ່ານ ເຊີ່ນ​ຊາງ​ຢູ ກ່າວ​ວ່າ, ຈີນ​ຈະ​ຖື​ການ​ດັດ​ແກ້ "ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ບັດ" ເປັນ​ໂອ​ກາ​ດ, ເລັ່ງ​ລັດ​ສ້າງ​ລະ​ບຽບ​ການ​ໄຊ້​ແທນແບບ​ປັບ​ໃໝ​ຕໍ່​ການ​ລ່ວ​ງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ,​​ຈະປັບໃໝ​ການ​ກະ​ທຳຜິດ​ທີ່ລະ​ເມີດ​ກົດ​ໝາຍ​​ໃຫ້​ຫຼາຍກວ່າ​ເກົ່າ; ຂະ​ນະ​ດຽວ​ກັນ, ​ຈະເລັ່ງ​ລັດ​ສ້າງ​ຊ່ອງ​ທາງ​ປົກ​ປ້ອງ​ສິດ​ທີ່​ມີ​ຄວາມ​ສະ​ດວກ,ປະ​ສິດ​ທິ​ພາບ​ສູງ​ແລະ​ມີ​ຕົ້ນ​ທຶນ​ຕ່ຳ​ກວ່າ​ເກົ່າ.ທ່ານ​ກ່າວ​ວ່າ,ປັ​ດ​ຈຸ​ບັນ, ຈີນ​ໄດ້​ສ້າງ​ສູນ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ 19 ​ແຫ່ງ, ປີ​ນີ້​ຍັງ​ຈະ​ເປີດກວ້າງ​​ໃຫ້​ໃຫຍ່​ຂຶ້ນຕື່ມ​ອີກເພື່ອ​ປັບ​ປຸງ​ລະ​ບົບ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໃຫ້​ດີຂຶ້ນ.