ຝຣັ່ງຍິນ​ດີ​ເພີ່ມ​ການ​ເຈລະຈາ​ກັບຣັດ​ເຊຍ​ກ່ຽວ​ກັບ​ບັນຫາ​ຊີຣີ
  2018-04-24 18:23:59  cri
ວັນ​ທີ 23 ​ເມສາ​ນີ້, ທ່ານ​ອັນ​ມານູ​ແອນ ມາກ​​ໂຣງ ປະທານາທິບໍດີຝຣັ່ງ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະ​ສັບ​ກັບ​ທ່ານວາຣະດີ​ເມຍ​ປູ​ຕິນ ປະທານາທິບໍດີຣັດ​ເຊງ. ທ່ານ​ມາກ​ໂຣນກ່າວ​ວ່າ: ຝຣັ່ງຍິນ​ດີ​ເຈ​ລະ​ຈາ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ລວມທັງຣັ​ດ​ເຊຍ ​ເພື່ອ​ຊອກ​ຫາ​ວິທີ​ການ​ເມືອງ​ໃນ​ການແກ້​ໄຂ​ບັນຫາ​ຊີຣີ. ຝຣັ່ງຫວັງ​ຢາກ​ເພີ່ມ​ທະວີ​ການ​ເຈລະຈາ​ກັບທຸກໆປະ​ເທດ​ທີ່​ກ່ຽວຂ້ອງກັບ​ບັນຫາ​ຊີຣີ, ເປີດ​ຂະ​ບວນການ​ທາງ​ການ​ເມືອງ​ແບບ​ຍືນ​ຍົງ ​ແລະ​ເພີ່ມ​ທະວີ​ການ​ກະທຳ​ດ້ານມະນຸດສະທຳ.
ທ່ານ​ເນັ້ນ​ວ່າ: ຝຣັ່ງຄອງ​ຄອຍ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບຣັດ​ເຊຍ. ຜູ້ນຳ​ສອງ​ປະ​ເທດ​ຢືນຢັນ​ວ່າ: ຍິນ​ດີ​ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ສອງ​ຝ່າຍ ​ແລະ​ສາກົນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ໃນ​ໄລຍະ​ເວລາ​ທີ່​ທ່ານ​ມາກ​ໂຣງ​​ຢ້ຽມຢາມ​ປະ​ເທດ​ຣັດ​ເຊຍ​ໃນ​ເດືອນ​ພຶດສະພາ​ປີ​ນີ້.