ອີ​ຢູຢາກ​ເຂົ້າຮ່ວມ​ການ​ຫາລື​​ໃນ​ຄະດີ​ທີ່​ຈີນ​ຟ້ອງອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ພາສີ​ຕໍ່​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ
  2018-04-25 16:03:39  cri

ວັນ​ທີ 24 ​ເມສາ​ນີ້, ນັກ​ຂ່າວ​ໄດ້​ຮັບ​ເອກະສານ​ຈາກ​ອົງການ​ການ​ຄ້າ​ໂລກ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ອີ​ຢູ​ໄດ້​ຮ້ອງ​ຂໍຕໍ່​ອົງການ​ການ​ຄ້າ​ໂລກ​ຫວ່າງ​ມໍ່ໆ​ມາ​ນີ້​ ​ໂດຍຢາກ​ເຂົ້າຮ່ວມ​ການ​ປຶກສາ​ຫາລື​​ທີ່​ຈີນສະ​ເໜີ​ຕໍ່​ອົງການ​ການ​ຄ້າ​ໂລກ​​ເພື່ອ​ຫວັງ​ຈະ​ແກ້​ໄຂ​ບັນຫາ​ໃນ​ກົນ​ໄກ​ແກ້​ໄຂຄວາມ​ຂັດ​ແຍ້​ງຂອງ​ອົງການ​ການ​ຄ້າ​ໂລກ​ຕໍ່​ກໍລະນີ​ທີ່​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ພາສີ​ຕໍ່​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ.

ຂ່າວ​ລາຍ​ງານ​ວ່າ ຫວ່າງມໍ່ໆ​ມາ​ນີ້, ອີ​ຢູ​ໄດ້​ຍື່ນ​ເອກະສານ​ໃຫ້​ອົງການ​ການ​ຄ້າ​ໂລກ ​ໂດຍ​ລະບຸ​ວ່າ: ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ພາສີ​ອາດ​ຈະ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່ຕໍ່ການຈຳໜ່າຍ​ແລະ​ສົ່ງ​ອອກ​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ​ຂອງ​ຕົນ, ຂະນະ​ທີ່​ຜົນ​ການ​ຫາລື​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ​ກໍ​ຈະກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດການ​ຄ້າ​ສຳຄັນ​ຂອງ​ຕົນ​ເຊັ່ນ​ດຽວ​ກັນ ສະນັ້ນ, ຈຶ່ງ​ຂໍ​ເຂົ້າຮ່ວມ​ການ​ປຶກສາ​ຫາລື​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ.

ວັນ​ທີ 5 ​ເມສາ​ນີ້, ຈີນ​ໄດ້​ສະ​ເໜີ​ຕໍ່​ອາ​ເມ​ລິ​ກາ​ທີ່​ໃຫ້​ຈັດການ​ຫາລື​ສອງ​ຝ່າຍ​ໃນ​ກົນ​ໄກ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຂອງອົງການ​ການ​ຄ້າ​ໂລກ ​​ແລະ​ເປີດ​ການນຳ​ໃຊ້ລະບຽບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢ່າງ​ເປັນ​ທາງ​ການ. ຫຼັງຈາກ​ນັ້ນ, ອີ​ຢູກໍ​ໄດ້​ສະ​ເໜີ​ຕໍ່​ອາ​ເມ​ລິ​ກາ​ເພື່ອ​ຫາລື​ກ່ຽວ​ກັບ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການພາສີຕໍ່​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ ​ໃນ​ຂອບ "ສັນຍາ​ມາດ​ຕະການຮັບປະກັນ".