ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ຜູ້ນຳ​ຈີນ-ອິນ​ເດຍ
  2018-04-25 16:05:50  cri

ວັນ​ທີ 24 ​ເມສາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ຜູ້ນຳ​ຈີນ-ອິນ​ເດຍທີ່​ຈະ​ມີ​ຂຶ້ນ​ໃນ​ໄວ​ໆ​ນີ້ວ່າ: ຈີນ​ ແລະ​ອິນ​ເດຍ ​ເປັນ​ເອກະສັນ​ກັນເຫັນ​ວ່າ ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຈະ​ສາມາດ​ສ້າງ​ບັນຍາກາດ​ທີ່​ເໝາະ​ສົມ​ໃຫ້​ແກ່ຜູ້ນຳ​ສອງ​ປະ​ເທດ ​ເພື່ອ​ແລກປ່ຽນ​ກັນ​ຢ່າງ​ເຕັມ​ສ່ວນ​ແລະ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ລູ້​ຄ່າງ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ນາ​ເຣນດຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ ​ໄດ້​ແລກປ່ຽນ​ກັນ​ຫຼາຍ​ເທື່ອ​ດ້ວຍຫຼາຍຮູບ​ແບບ ​ແລະ​ໂດຍ​ປະ​ເຊີນ​ກັບ​ສະຖານະ​ການ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​​ໃຫຍ່​​ແບບ​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ 100 ປີ ​ແລະ​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນ​ໃນ​ສະຖານະ​ການ​ສາກົນ​ໃນ​ປັດຈຸບັນ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ​ທ່ານ​ນາຍົກລັດຖະມົນຕີ​ໂມ​ດີ ​ໃນ​ຖານະ​ເປັນ​ຜູ້ນຳ​ຂອງ​ສອງປະ​ເທດທີ່​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ ກໍ​ລ້ວນ​ແຕ່​ເຫັນ​ວ່າ ຈີນ​ແລະ​ອິນ​ເດຍມີ​ຄວາມ​ຕ້ອງການ​ໃນ​ການ​ແລກປ່ຽນຢ່າງ​ເລິກ​ເຊິ່ງກ່ຽວ​ກັບບັນຫາ​ທີ່​ມີ​ລັກສະນະ​ໄລຍະ​ຍາວ​ນານ, ຮອບດ້ານ ​ແລະ ​ເປັນ​ບັນຫາ​ຍຸດ​ທະ​ສາດ​ ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ກິດຈະການ​ສາກົນ.