ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
  2018-04-25 11:16:30  cri
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 15 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 24 ເມ​ສາ​ນີ້, ທ່ານ ເວີ້ຍ​ເຟີ້ງ​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ແລະ​ກ່າວ​​ປາ​ໄສ​ທີ່​ສຳ​ຄັນ​ໃນ​ກອງ​ປະ​ຊຸມ ທີ່​ເນັ້ນ"ສ້າງ​​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ,ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່".

ໃນ​ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ໄດ້​ສະ​ຫຼຸບ​ຜົນ​ສຳ​ເລັດ​ຈາກ​ການ​ຮ່ວມ​ມື​ນັບ​ແຕ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ປີ 2017 ເປັນ​ຕົ້ນ​ມາ, ຕ່າງ​ກໍ່ໄດ້​ກ່າວ​ປາ​ໄສ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ:ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງຂອງ​ພາກ​ພື້ນ​ແລະ​ສາ​ກົນ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ບັນ​ຫາ​ອື່ນໆ,ທັງ​ໄດ້​ເນັ້ນ​ວ່າ​ພາຍ​ໃຕ້​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ນັບ​ມື້​ນັບ​ມີ​ຄວາມ​ສັບ​ສົນ​ຂຶ້ນ​ໃນ​ປັດ​ຈຸ​ບັນ, ພາກ​ສ່ວນປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແລະ​ກອງ​ທັບ​ຂອງ​​ບັນ​ດາປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ,ຄຽງ​ບ່າ​ຄຽງ​ໄຫຼ່​​ແລະຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ແລະ​ສິ່ງ​ທ້າ​ທາຍ​ທີ່​ຜະ​ເຊີນ​ຮ່ວມ​ກັນ.