ການ​ອອກ​ແບບ​ລົດລາງຂອງ​ຈີນ​ເຂົ້າ​ສູ່​ຕະ​ຫຼາດ​ສາ​ກົນ
  2018-04-25 16:32:47  cri
ບໍ​ລິ​ສັດ​ທາງ​ລົດ​ໄຟ​ຫຸ້ນ​ສ່ວນ​ຈີນ​ຈຳ​ກັດ​ໄດ້​ໃຫ້​ຮູ້​ວ່າ, ​ໂຄງ​ການ​ສູນ​ຜະ​ລິດ​ລົດ​ໄຟ​ໃຕ້​ດິນ​ຊຸ່ນ​ທຽນໂບ​ສ​ຕັນ​ຂອງ​ອາ​ເມ​ລິ​ກາ​ທີ່​ກຸ່ມ​ບໍ​ລິ​ສັດ​ອອກ​ແບບ​ໂຄງ​ການຮ​ວາ​ເຖຍ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດ​ເປັນ​ຜູ້​ອອກ​ແບບ​ແລະ​​ຜູ້ໃຫ້​ຄຳ​ປຶກ​ສາ​ນັ້ນ​ໄດ້​ສຳ​ເລັດ​​ການ​ກໍ່​ສ້າງໂດຍ​ພື້ນ​ຖານ ແລະ​ຈະ​ເລີ່ມ​ນຳ​ໃຊ້​ໃນ​ທ້າຍ​ເດືອນ​ເມ​ສາ​ນີ້,ຮອດ​ເວ​ລາ​ນັ້ນ​ລົດ​ໄຟ​ໃຕ້​ດິນ​ຂອງ​ໂບ​ສ​ຕັນ​ຈະ​ໄດ້​ຮັບ​ການ​ຕິດ​ຕັ້ງ​ແລະ​ທົດ​ລອງ​ຢູ່​ສູນ​ດັ່ງ​ກ່າວ.

ໂຄງ​ການ​ຊຸ່ນ​ທຽນ​ດັ່ງ​ກ່າວ​ໄດ້ປະ​ສົບ​ຜົນ​ສຳ​ເລັດ​ນັ້ນ ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ອອກ​ແບບ​ລົດ​ລາງ​ຄົມ​ມະ​ນາ​ຄົມ​ຂອງ​ຈີນ​ໃນ​ການ​ ເຂົ້າ​ສູ່​ຕະ​ຫຼາດ​ສາ​ກົນ.