​ໄຕ​ມາດ​ທີໜຶ່ງ​ຂອງ​ປີ 2018 ລວມຍອດ​ການ​ຜະລິດ​ທາງ​ທະ​ເລ​ຈີນບັນລຸ​ເຖິງ 1800 ຕື້​ຢວນ
  2018-04-25 17:34:12  cri
ວັນ​ທີ 24 ​ເມສາ​ນີ້, ທ່ານ​ເຮີ​ກວາງ​ຊູ້​ນ ຫົວໜ້າ​ສູນ​ຂໍ້​ມູນຂ່າວສານ​ທະ​ເລ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຕາມ​ການ​ຄິດ​ໄລ່​ໃນ​ເບື້ອງ​ຕົ້ນ, ລວມຍອດ​ການ​ຜ​ະລິດ​ທາງ​ທະ​ເລ​ຈີນ​ໃນ​ໄຕ​ມາດ​ທີໜຶ່ງ​ຂອງ​ປີ 2018 ນີ້​ໄດ້​ບັນລຸ​ເຖິງ 1800 ຕື້​ຢວນ, ​ເພີ່ມ​ຂຶ້ນ 7% ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ 2017. ​ພ້ອມ​ກັນ​ນັ້ນ ​ມູນ​ຄ່າການ​ຄ້າ​ຂົນ​ສົ່ງທາງ​ທະ​ເລ​ກັບປະ​ເທດ​ຕາມ​ເສັ້ນທາງ​ສາຍ​​ໄໝ​ຢູ່​​ທາງ​ທະ​ເລ​ສືບ​ຕໍ່​ເພີ່ມ​ຂຶ້ນ.

​ໃນ​ເດືອນ​ມັງກອນ​ຫາ​ເດືອນກຸ​ມພາ​ປີ​ນີ້, ຍອດ​ມູນ​ຄ່າ​ການຄ້າ​ຂົນ​ສົ່ງ​ທາງ​ທະ​ເລ​ກັບປະ​ເທດ​ຕາມ​ເສັ້ນທາງ​ສາຍ​​ໄໝ​ຢູ່​ທາງທະ​​ເລ​ໄດ້​ບັນລຸ​ເຖິງ 129,24 ຕື້​​ໂດ​ລາ​ສະຫະລັດ, ​ເ​ພີ່​ມຂຶ້ນ 25,3% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງປີ 2017. ​ໃນ​ນັ້ນ, ມູນ​ຄ່າ​​ການ​ສົ່ງ​ອອກ​ໄດ້​ບັນ​ລຸ​ເຖິງ 80,16 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 29,6% ​ແລະ​ມູນ​ຄ່າ​ການ​ນຳ​ເຂົ້າ​ໄດ້​ບັນລຸ​ເຖິງ 49,07 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 18,8%.