ອາ​ເມ​ລິ​ກາ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ຢ້ຽມຢາມ​​ຈີນ​ໃນ​ໄວ​ນີ້
  2018-04-25 17:38:49  cri

ວັນ​ທີ 24 ​ເມສາ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ: ທ່ານ​ສຕີ​ເວີນ ​ເທ​ເນິຣ ມູນູຊີ​ນ ລັດຖະມົນຕີ​ກະຊວງ​ການ​​ເງິນ​ ​ແລະ​ທ່ານ​ໂຣ​ເບີດ​ໄລ​ທຊີ​ເທີ ຜູ້ຕາງໜ້າ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ຈະ​ຢ້ຽມຢາມ​ປະ​ເທດ​ຈີນ​ໃນ​ໄວໆ​ນີ້ ​ເພື່ອ​ປຶກສາ​ຫາລື​ບັນ​ຫາ​ການ​ຄ້າ.


​ໃນ​ມື້​ດຽວ​ກັນ, ກ່ອນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສອງ​ຝ່າຍ​ກັບ​ທ່ານ​ມານູ​ແອນ ມາກ​ໂຣງ ປະທານາທິບໍດີ​ຝຣັ່ງ, ​ ທ່ານ​ທຣຳ​ໄດ້ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ປະ​ເທດ​ຈີນ ​ແລະ​ອາ​ເມ​ລິ​ກາມີຄວາມ​ຕັ້ງ​​ໃຈ​ຫຼາຍ​ຕໍ່ການ​​ເຈ​ລະຈາ.
​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​​ໄດ້​ເປີດ​ເຜີຍ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ: ຈີນ​ໄດ້ຮັບ​ຂ່າວສານ​ ​ແລະ​ຍີ​ນດີ​ຕ້ອນຮັບ​ອາ​ເມ​ລິ​ກາ​ທີ່ຫວັງ​ປາກຈະຢ້ຽມຢາມນະຄອນຫຼວງ​ປັກ​ກິ່ງ​ຈີນ​​ເພື່ອ​ປຶກສາ​ຫາລື​ບັນຫາ​ເສດ​ຖະກິດ​ການ​ຄ້າ.