ປີ 2017 ນັກ​ທ່ອງ​ທ່ຽວ​ຈີນ​ປະກອບສ່ວນ​ຕໍ່​ຕະຫຼາດທ່ອງທ່ຽວ​ໂລກຫຼາຍທີ່​ສຸດ
  2018-04-26 15:44:31  cri

ອົງການ​ທ່ອງ​ທ່ຽວ​ໂລກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​​ສຳນັກງານ​ໃຫຍ່​ຕັ້ງຢູ່ນະຄອນຫຼວງມາດຣິດ ປະ​ເທດ​ແອ​ສປາຍ ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ ປີຜ່ານມາ, ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ປະກອບສ່ວນ​ຕໍ່​ຕະຫຼາດທ່ອງ​ທ່ຽວ​ໂລກຫຼາຍທີ່​ສຸດ.

ບົດ​ລາຍ​ງານ​ຊີ້​ວ່າ: ປີຜ່ານມາ, ຕະຫຼາດອອກທ່ອງ​ທ່ຽວຕ່າງປະ​ເທດ​ໃນ​ໂລກ​ໄດ້​ເຕີບ​​ໂຕ​ຢ່າງ​ແຂງ​ແຮງ ​ເຊິ່ງສ່ອງ​ແສງ​ເຖິງ​ເສດຖະກິດ​ໂລກ​ໄດ້​ຟື້ນ​ຕົວ​ຂຶ້ນ​ໃນ​ລະດັບ​ໃດ​ໜຶ່ງ ​ແລະ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ກໍ​​ເພີ່ມ​ຂຶ້ນຫຼາຍ. ຂະນະ​ທີ່​ປີ 2017 ​​ມູນ​ຄ່າບໍລິ​ໂພ​ກຂອງນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດ ​ໄດ້ບັນລຸ​ເຖິງ 258 ຕື້​ໂດ​ລາ​ສະຫະລັດ ​ເປັນ​ປະ​ເທດ​ທີ່​ປະກອບສ່ວນ​ຕໍ່​ຕະຫຼາດທ່ອງ​ທ່ຽວຕ່າງປະ​ເທດຫຼາຍກວ່າ​ໝູ່, ​ອາ​ເມ​ລິ​ກາ​ຄອງ​ອັນ​ດັບ​ທີ 2 ​ໂດຍ​ບັນລຸ​ເຖິງ 135 ຕື້​ໂດ​ລາ​ສະຫະລັດ ​ແລະ ​ເຢຍລະ​ມັນ, ອັງກິດ, ຝຣັ່ງຕ່າງ​ກໍຄອງ​ອັນ​ດັບ​ທີ 3, 4 ​ແລະ 5.

ອົງການ​ທ່ອງ​ທ່ຽວ​ໂລກ​ຍັງ​ປະກາດ​ວ່າ: ປັດຈຸບັນ, ຂະ​ແໜງ​ການທ່ອງທ່ຽວ​ໄດ້​ສ້າງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ໂດຍ​ກົງ ຫຼື ທາງ​ອ້ອມ​ເຖິງ 1/10 ຂອງ​ໂລກ ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໂລກ.